ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ຫວຽດ​ນາ​ມ​ໃຫ້​ກາ​ນ​ຕ້ອ​ນ​ຮັບ ທ່ານ Kim Hack Yong ​ປະ​ທານ​ກຸ່ມ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາ​ມິ​ດ​ຕະ​ພາບ ສ.ເກົາຫຼີ - ຫວຽດ​ນາມ

(VOVWORLD) -  ທ່ານ Kim Hack Yong ກໍ່ສະແດງໃຫ້ເຫັນຄວາມຕັດສິນໃຈມານະພະຍາຍາມຢ່າງແຮງພ້ອມກັບບັນດາສະມາຊິກໃນກຸ່ມປະກອບສ່ວນຢ່າງຕັ້ງໜ້າເຂົ້າການພັດທະນາການພົວພັນລະຫວ່າງ ສອງປະເທດ.
ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ຫວຽດ​ນາ​ມ​ໃຫ້​ກາ​ນ​ຕ້ອ​ນ​ຮັບ ທ່ານ Kim Hack Yong ​ປະ​ທານ​ກຸ່ມ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາ​ມິ​ດ​ຕະ​ພາບ ສ.ເກົາຫຼີ - ຫວຽດ​ນາມ - ảnh 1ທ່ານ Kim Hack Yong ປະທານກຸ່ມສະມາຊິກລັດຖະສະພາມິດຕະພາບ ສ.ເກົາຫຼີ - ຫວຽດນາມ ແລະທ່ານາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ (ພາບ: VGP/ກວາງຮຽວ)

ທີ່ການຕ້ອນຮັບທ່ານ Kim Hack Yong ປະທານກຸ່ມສະມາຊິກລັດຖະສະພາມິດຕະພາບ ສ.ເກົາຫຼີ - ຫວຽດນາມ ໄດ້ດຳເນີນໃນຕອນເຊົ້າວັນທີ 13 ມິຖຸນາ ຢູ່ສຳນັກງານລັດຖະບານ, ທ່ານ ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການຊຸກຍູ້ການພົວພັນຮ່ວມມືຢ່າງເລິກເຊິ່ງກ້ວາງຂວາງກັບ ສ.ເກົາຫຼີ, ທ່ານ ປາດຖະໜາຢາກສົມທົບ ກັບຝ່າຍ ສ.ເກົາຫຼີຢ່າງແໜ້ນແຟ້ນ ເພື່ອແນໃສ່ພັດທະນາ ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດຂຶ້ນສູ່ລະດັບສູງໃໝ່ຢ່າງບໍ່ຢຸດຢັ້ງ. ລັດຖະບານ ຫວຽດນາມ ຍາມໃດກໍ່ຍາດເວລາເອົາໃຈໃສ່, ແກ້ໄຂບັນດາບັນຫາທີ່ກ່ຽວຂ້ອງເຖິງວິສາຫະກິດ ສ.ເກົາຫຼີ ຢູ່ ຫວຽດນາມ.

        ທ່ານນາຍົກລັດຖະມົນຕີ ປາດຖະໜາຢາກໃຫ້ ສ.ເກົາຫຼີ ສືບຕໍ່ໜູນຊ່ວຍ ຫວຽດນາມ ໃນບັນດາຂົງເຂດ, ໃນນັ້ນມີຂົງເຂດປ້ອງກັນຊາດ, ກິລາ (ເປັນຕົ້ນແມ່ນບານເຕະ). ການສະໜັບສະໜູນນີ້ແມ່ນລ້ຳຄ່າທີ່ສຸດສຳລັບ ຫວຽດນາມ. ທ່ານນາຍົກລັດຖະມົນຕີສະເໜີໃຫ້ສອງຝ່າຍມານະພະຍາຍາມກ່ວາອີກ, ປະກອບສ່ວນຈົນສຸດຄວາມສາມາດຂອງຕົນເຂົ້າການເພີ່ມພູນຄູນສ້າງ, ພັດທະນາການພົວພັນລະຫວ່າງ ຫວຽດນາມ - ສ.ເກົາຫຼີ.

        ສ່ວນທ່ານ ປະທານກຸ່ມສະມາຊິກລັດຖະສະພາມິດຕະພາບ ສ.ເກົາຫຼີ - ຫວຽດນາມ Kim Hack Yong ປາດຖະໜາຢາກໃຫ້ສອງຝ່າຍຮ່ວມແຮງຮ່ວມໃຈກັນເພື່ອໃຫ້ຊາວ ຫວຽດນາມທີ່ພວມດຳລົງຊີວິດຢູ່ ສ.ເກົາຫຼີ ແລະ ຊາວ ສ.ເກົາຫຼີ ທີ່ພວມດຳລົງຊີວິດຢູ່ ຫວຽດນາມໄດ້ຮັບມີຊີວິດທີ່ດີງາມກ່ວາ. ທ່ານໃຫ້ຮູ້ວ່າ ທ້າຍປີນີ້, ສ.ເກົາຫຼີຈະຈັດຕັ້ງກອງປະຊຸມຂັ້ນສູງສະເຫຼີມສະຫຼອງ 30 ປີ ແຫ່ງວັນສ້າງຕັ້ງການພົວພັນ ອາຊຽນ - ສ.ເກົາຫຼີ. ສ.ເກົາຫຼີ ປາດຖະໜາຢາກໃຫ້ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເຂົ້າຮ່ວມ. ທ່ານ Kim Hack Yong ກໍ່ສະແດງໃຫ້ເຫັນຄວາມຕັດສິນໃຈມານະພະຍາຍາມຢ່າງແຮງພ້ອມກັບບັນດາສະມາຊິກໃນກຸ່ມປະກອບສ່ວນຢ່າງຕັ້ງໜ້າເຂົ້າການພັດທະນາການພົວພັນລະຫວ່າງ ສອງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ