ນາຍົກລັດຖະມົນຕີ ອັງກິດ ຂົນຂວາຍບັ້ນຮົບຫາສຽງເລືອກຕັ້ງດ້ວຍຄຳຖະແຫຼງກ່າວກັບ Brexit

(VOVWORLD) - ທ່ານນາງນາຍົກລັດຖະມົນຕີ ອັງກິດ Theresa May ໄດ້ຕົກລົງສຸມກຳລັງແກ່ບັ້ນຂົນຂວາຍຫາສຽງເລືອກຕັ້ງຂອງພັກນິຍົມຮັກສາເດີມກ່ຽວກັບ Brexit - ໝາຍຄວາມວ່າ ເລື່ອງ ອັງກິດ ຖອນອອກຈາກສະຫະພາບ ເອີລົບ (ອີຢູ)
ນາຍົກລັດຖະມົນຕີ ອັງກິດ ຂົນຂວາຍບັ້ນຮົບຫາສຽງເລືອກຕັ້ງດ້ວຍຄຳຖະແຫຼງກ່າວກັບ Brexit - ảnh 1ທ່ານນາງນາຍົກລັດຖະມົນຕີ Theresa May (ພາບ: AFP)

ວັນທີ 01 ມີຖຸນາ ໃນບົດກ່າວປາໄສຕໍ່ໜ້າຜູ້ມີສິດເລືອກຕັ້ງຢູ່ Teeside ທາງທິດຕາເວັນອອກສ່ຽງເໜືອ ອັງກິດ, ທ່ານນາງນາຍົກລັດຖະມົນຕີ Theresa May ສະແດງທັດສະນະປະເອີບໃຈຕໍ່ຄຳຕັດສິນ Brexit. ທ່ານນາງ Theresa May ເນັ້ນໜັກວ່າ ຍ້ອນເລື່ອງຖອນອອກຈາກ ອີຢູ ແລະ ບັນລຸໄດ້ Brexit ຢ່າງສະດວກສະບາຍ, ອັງກິດ ອາດສາມາດກາຍເປັນ “ປະເທດການຄ້າທົ່ວໂລກລາຍໃຫຍ່”, ແຂງແຮງກ່ວາ, ຍຸຕິທຳ ແລະ ວັດທະນາຖາວອນກ່ວາ, ປະເທດ ອັງກິດ ເຊື່ອໝັ້ນຕົນເອງ, ເປັນເອກະພາບ ແລະ ໝັ້ນຄົງກ່ວາ.

ຕອບກັບ

ຂ່າວ/ບົດ​ອື່ນ