ນາຍົກລັດຖະມົນຕີ ແອັດສະປາຍ ຖືວ່າການປ່ອນບັດກ່ຽວກັບບັນຫາເອກະລາດຂອງເຂດ Catalunya ແມ່ນຜິດກົດໝາຍ

(VOVWORLD) - ກ່າວຄຳເຫັນໃນຊ່ອງໂທລະພາບໃນວັນທີ 01 ຕຸລາ ທ່ານນາຍົກລັດຖະມົນຕີ ແອັດສະປາຍ Mariano Rahoy ຢືນຢັນວ່າ: ພົນລະເມືອງເຂດ Catalunya ຖືກຫຼອກລວງ ແລະ ບໍ່ມີການປ່ອນບັດໃດໆ ກ່ຽວກັບບັນຫາເອກະລາດໃຫ້ເຂດນີ້ໃນວັນດຽວກັນ. 
ນາຍົກລັດຖະມົນຕີ ແອັດສະປາຍ ຖືວ່າການປ່ອນບັດກ່ຽວກັບບັນຫາເອກະລາດຂອງເຂດ Catalunya ແມ່ນຜິດກົດໝາຍ - ảnh 1ການປ່ອນບັດກ່ຽວກັບບັນຫາເອກະລາດຂອງເຂດ Catalunya ແມ່ນຜິດກົດໝາຍ (ພາບ: AFP/TTXVN)

ຕາມທ່ານນາຍົກລັດຖະມົນຕີ Mariano Rahoy ແລ້ວ, ປະຊາຊົນເຂດ Catalunya ເກືອບທັງໝົດບໍ່ຢາກເຂົ້າຮ່ວມການລົງປະຊາມະຕິ ຊຶ່ງອຳນາດການປົກຄອງເຂດໄດ້ຂຶ້ນແຜນຈັດຕັ້ງ. ທ່ານນາຍົກລັດຖະມົນຕີ Mariano Rahoy ກໍ່ເຕື້ອງຄືນວ່າ ບັນດາການນຳເຂດ Catalunya ເຂົ້າໃຈແຈ້ງວ່າ ການປ່ອນບັດດັ່ງກ່າວ ແມ່ນຜິດກົດໝາຍ, ແຕ່ເຂົາເຈົ້າຍັງຄົງສືບຕໍ່ດຳເນີນ.ນັບແຕ່ເມື່ອກ່ອນຈົນມາຮອດປັດຈຸບັນ ສານລັດຖະທຳມະນູນ ແລະ ອຳນາດການປົກຄອງຂັ້ນສູນກາງ ແອັດສະປາຍ ຍາມໃດກໍ່ຢືນຢັນວ່າ ການລົງປະຊາມະຕິຢູ່ເຂດ Catalunya ການກະທຳທີ່ຝືນກັບລັດຖະທຳມະນູນ ທັງໄປຝືນກັບບັນດາຈຸດໝາຍ ແລະ ອຸດົມຄະຕິຂອງສະຫະພາບ ເອີຣົບ (ອີຢູ). ປັດຈຸບັນ ລັດຖະບານ ແອັດສະປາຍ ພວມປະຕິບັດທຸກມາດຕະການ ເພື່ອແນໃສ່ສະກັດກັ້ນກົນອຸບາຍຂອງບາງພາກສ່ວນ ທີ່ຢາກແຍກ Catalunya ກອອກຈາກປະເທດນີ້.

ຕອບກັບ

ຂ່າວ/ບົດ​ອື່ນ