ນາຍົກລັດຖະມົນຕີກຳປູເຈຍຮຽກຮ້ອງ ການສ້າງເສັ້ນຊາຍແດນສັນຕິພາບກັບໄທ
ສ່ວນໜຶ່ງໃນເຂດວິຫານ Preah Vihear
(ພາບ:dantri.com.vn)
(vovworld) – ທີ 3/1, ທ່ານນາຍົກລັດຖະມົນຕີກຳປູເຈຍຮູນແຊນ ໄດ້ຮຽກຮ້ອງໃຫ້ວົງການເຈົ້າໜ້າທີ່ກໍ່ຄືປະຊາຊົນກຳປູເຈຍ ແລະ ໄທ ຈົ່ງມານະພະຍາຍາມສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ສະໜິດສະໜົມ, ຮ່ວມມື ແລະ ພັດທະນາ. ກ່າວຄຳເຫັນທີ່ພິທີເລີ່ມລົງມືກໍ່ສ້າງໂຄງການໜຶ່ງຢູ່ແຂວງ Pailin ທາງທິດຕາເວັນຕົກກຳປູເຈຍ ທີ່ມີເສັ້ນຊາຍແດນຕິດກັບໄທ, ທ່ານນາຍົກລັດຖະມົນຕີກຳປູເຈຍຮູນແຊນ ເນັ້ນໜັກວ່າ: ອຳນາດການປົກຄອງທຸກຂັ້ນຢູ່ບັນດາແຂວງຊາຍແດນສອງປະເທດຕ້ອງພະຍາຍາມສ້າງການພົວພັນທີ່ດີລະຫວ່າງປະຊາຊົນສອງຝ່າຍ, ສອດຄ່ອງກັບນະໂຍບາຍຂອງສອງລັດຖະບານ. ໃນຂະນະນັ້ນ, ຜູ້ບັນຊາການກອງທັບອາກາດໄທ, ທ່ານພົນເອກ ປຣະຈິນ ຈັນຕອງ ໃຫ້ຮູ້ວ່າ: ທ່ານນາງນາຍົກລັດຖະມົນຕີໄທ ຍິ່ງຮັກ ຊີນນະວັດ ໄດ້ເຫັນດີສ້າງຕັ້ງກຸ່ມໂຄສົກຊື່ງລວມມີສາມພາກສ່ວນພົນລະເຮືອນ, ຕຳຫຼວດ, ທະຫານ ເພື່ອແກ້ໄຂບັນດາບັນຫາທີ່ກ່ຽວຂ້ອງເຖິງການພິກາດເຂດວິຫານ Preah Vihear. ກຸ່ມໂຄສົກດັ່ງກ່າວມີໜ້າທີ່ຊ່ວຍເພີ່ມທະວີຄວາມເຂົ້າອົກເຂົ້າໃຈໃນໝູ່ມະຫາຊົນກ່ຽວກັບການພິພາດກັນ, ໃນນັ້ນມີການສະໜອງຂໍ້ມູນຂ່າວສານກ່ຽວຂ້ອງເຖິງວິວັດການແກ້ໄຂການພິພາດທີ່ລັດຖະບານໄທພວມປະຕິບັດ.