(vovworld) - ທ່ານນາຍົກລັດຖະມົນຕີຄົມໃໝ່ ຈໍເຈຍ, Bidzina Ivanishvili ໄດ້ເນັ້ນໜັກເຖິງຄວາມຈຳເປັນຕ້ອງສ້າງການພົວພັນເປັນປົກກະຕິກັບລັດເຊຍ ເພື່ອຜົນປະໂຫຍດຂອງສອງປະເທດ ແລະ ສອງຊາດ. ທ່ານນາຍົກລັດຖະມົນຕີ Ivanishvili ໄດ້ຍົກອອກຖະແຫຼງການດັ່ງກ່າວພາຍຫຼັງການພົບປະກັບທ່ານປະທານຄະນະກຳມະການເອີລົບ (EC) Jose Manuel Baroso ເມື່ອຕອນທ່ຽງວັນທີ 12/11 ຢູ່ ບຣຸກແຊນ. ທ່ານ Ivanishvili ສະແດງຄວາມຫວັງວ່າ ລັດຖະບານລັດເຊຍ ຈະມີບັນດາການກະທຳທີ່ຄ້າຍຄືກັນ ເພື່ອສະກັດກັ້ນຄວາມເຄັ່ງຕຶງໃນການພົວພັນ 2 ຝ່າຍ ແນໃສ່ກ້າວໄປເຖິງການສ້າງການພົວພັນເປັນປົກກະຕິກັບ ຈໍເຈຍ. ທ່ານກໍໃຫ້ຄຳໝັ້ນສັນຍາ ຈະເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອແນໃສ່ປັບປຸງ ແລະ ເພີ່ມທະວີການພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອລະຫວ່າງສອງປະເທດ, ເພື່ອຜົນປະໂຫຍດລວມຂອງສອງຊາດ, ເພື່ອປະຊາຊົນ ຈໍເຈຍ ກໍຄືປະຊາຊົນລັດເຊຍ.