ນາຍົກລັດຖະມົນຕີຢູແກຼນຖະແຫຼງລາອອກຈາກຕຳແໜ່ງ

ນາຍົກລັດຖະມົນຕີຢູແກຼນຖະແຫຼງລາອອກຈາກຕຳແໜ່ງ - ảnh 1
ນາຍົກລັດຖະມົນຕີຢູແກຼນຖະແຫຼງລາອອກຈາກຕຳແໜ່ງ
(ພາບ: AFP/ TTXVN)

(vovworld) - ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຢູ​ແກຼນ​ Arseny Yatseniuk ໄດ້​​ປະ​ກາດ​ຄຳ​ຕັດ​ສິນລາ​ອອກ​ຈາກ​ຕ​ຳ​ແໜ​່ງ. ​ຖະ​ແຫຼງ​ການ​ວັນ​ທີ 10/04, ເຊິ່ງ​ໄດ້​​ອອກ​ອາ​ກາດ​​ທາງ​ໂທ​ລະ​ພາບ, ທ່ານ Arseny Yatseniuk ໃຫ້​ຮູ້​ວ່າ, ວັນ​ທີ 12/04 ຈະ​ຍື່ນ​ສານ​ລາ​ອອກ​ຈ​າກ​ຕຳ​ແໜ່ງ​ຕໍ່​ສະ​​ພາ​ແຫ່ງຊາດ. ໃນ​ເດືອນ 2 ຜ່ານ​ມາ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Petr Poroshenko ໄດ້​ຮ​ຽກ​ຮ້ອງ​ໃຫ້​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕ​ີ Arseny Yatseniuk ລາ​ອອກ​ຈາກ​ຕຳ​ແໜ່ງ​ຍ້ອນ​ປະ​ຊາ​ຊົນ​​ຂາດ​ຄວາມ​ເຊື່ອ​ໝັ້ນ​ຕໍ່​ທ່ານ​ໃນການ​ຕໍ່​ສູ້​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ແລະ ແກ້​ໄຂ​ສະ​ພາບກົດ​ໜ່ວງ​ຂອງ​ພື້ນ​ຖານ​ເສ​ດ​ຖະ​ກິດ​. ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Poroshenko ກໍ​ສະ​ເໜີ​ສ້າງ​ຕັ້ງ​ລັດ​ຖະ​ບານ​ໃໝ່.

ຂ່າວ/ບົດ​ອື່ນ