ນາຍົກລັດຖະມົນຕີລາວທອງສິງທຳມະວົງສິ້ນສຸດການຢ້ຽມຢາມຫວຽດນາມຢ່າງຈົບງາມ

ນາຍົກລັດຖະມົນຕີລາວທອງສິງທຳມະວົງສິ້ນສຸດການຢ້ຽມຢາມຫວຽດນາມຢ່າງຈົບງາມ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສ​ປ​ປ ລາວ ທອງ​ສິງ ທຳ​ມະ​ວົງ ຢ້ຽມ​ຂ່ຳ​ນັບ​ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ
(ພາບ: TTXVN)

(vovworld) –  ​​ວັນ​ທີ 18/7, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສ​ປ​ປ ລາວ ທອງ​ສິງ ທຳ​ມະ​ວົງ ໄດ້​ເດີນ​ທາງ​ອອກ​ຈາກ​ຮ່າ​ໂນ້ຍ, ສິ້ນ​ສຸດ​ການ​ຢ້ຽມ​ຢາມ ແລ​ະ ເຮັດ​ວຽກ​ຢູ່ ຫວຽດ​ນາມ ຢ່າງ​ຈົບ​ງາມ. ໃນ​ໄລ​ຍະ​ຢູ່ຢ​້ຽມ​ຢາມ ຫວຽດ​ນາມ ຕາມ​ຄຳ​ເຊີນ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫງວຽນ​ເຕີນ​ຢູ້ງ, ແຕ່​ວັນ​ທີ 13 – 18/7/2015 ຄັ້ງ​ນີ້, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ​ລາວ ທອງ​ສິງ ທຳ​ມະ​ວົງ ພ້ອມ​ກັບ​ຄະ​ນະ​ຜູ້​ແທນຂັ້ນ​ສູງ ລັດ​ຖະ​ບານ ລາວ ໄດ້​ເຂົ້າ​ຢ້ຽມ​ຂ່ຳ​ນັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ ແລະ ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ, ເຮັດ​ວຽກ​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ, ພົບ​ປະ​ກັບ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ. ທີ່​ການ​ເຮັດ​ວຽກ​ຄັ້​ງ​ຕ່າງໆ, 2 ຝ່າຍ​ໄດ້​ແລກ​ປ່ຽນ​ຢ່​າງ​ເລິກ​ເຊິ່ງ​ກ່ຽວ​ກັບ​ສະ​ພາບ​ການ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ - ລາວ ໃນ​ໄລ​ຍະ​ມໍ່ໆ​ມານີ້, ພ້ອມ​ທັງ​ພິ​ຈາ​ລະ​ນາ​ກ່ຽວ​ກັບ​ບັນ​ດາ​ທິດ​ທາງ​ການ​ຮ່ວມ​ມື​ລະ​ຫວ່າງ 2 ປະ​ເທດ​ໃນ​ໄລ​ຍະ​ຈະ​ມາ​ເຖິງ, ໃນ​ນັ້ນ​ມີ​ການ​ສົມ​ທົບ​ກັນ​ຈັດ​ຕັ້ງ​ສຳ​ເລັດ​ກອງ​ປະ​ຊຸມ​ຄັ້ງ​ທີ 38 ຄະ​ນະກຳ​ມາ​ທິ​ການ​ລະ​ຫວ່າງ​ລັດ​ຖະ​ບານ ຫວຽດ​ນາມ - ລາວ ໃນ​ທ້າຍ​ປີ 2015 ຢູ່ ລາວ.

        ໃນ​ການ​ຢ້ຽມ​ຢາມ​ຄັ້ງ​ນີ້, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ ໄດ້​ໄປ​ຢ້ຽມ​ຢາມ ແລ​ະ ເຮັດ​ວຽກ​ຢູ່​ນະ​ຄອນ ດ່າ​ນັ້ງ ແລະ ບັນ​ດາ​ແຂວງ​ຄື: ກວາງ​ນາມ, ກວາງ​ຈີ້, ກວາງ​ບີ່ງ, ດ້ຽນ​ບຽນ ແລະ ເຊີນ​ລາ.


ຂ່າວ/ບົດ​ອື່ນ