ນາຍົກລັດຖະມົນຕີສິງກະໂປ: ປີ 2014 ແມ່ນໂອກາດສຸດທ້າຍໃຫ້ການເຈລະຈາ TPP

ນາຍົກລັດຖະມົນຕີສິງກະໂປ: ປີ 2014 ແມ່ນໂອກາດສຸດທ້າຍໃຫ້ການເຈລະຈາ TPP - ảnh 1
(ພາບປະກອບ)

(vovworld) – ກ່າວ​ຄຳ​ເຫັນ​ໃນ​ວັນ​ທີ 20/09, ທີ່​ກອງ​ປະຊຸມ​ດຳ​ເນີນ​ໄປ​ຢູ່​ສິງກະ​ໂປ, ທ່ານ​ນາຍົກລັດຖະມົນຕີສິງກະ​ໂປ ຫຼີຊຽນຫຼົງ ຖື​ວ່າ, ຖ້າ​ຫາກ​ບັນດາ​ປະ​ເທດ​ເຂົ້າ​ຮ່ວມ​ສັນຍາຄູ່​ຮ່ວມ​ມື​ຂ້າມ​ປາຊີ​ຝິກ (TPP) ບໍ່​ສິ້ນ​ສຸດ​ການ​ເຈລະຈາ​ໃນ​ປີ 2014 ນີ້, ​ແຜນການ​ທີ່​ມີ​ຄວາມ​ຫວັງອັງ​ໃຫຍ່​ຫຼວງ​ຈະ​ຖືກ​ໂຈະ​ໄວ້​ເປັນ​ເວລາ 2 ປີ, ຍ້ອນອາ​ເມ​ລິ​ກາ ກະກຽ​ມການ​ເລືອກ​ຕັ້ງ​ປະທານາທິບໍດີ​ໃນ​ປີ 2016 ​ແລະ ​ອາດ​ຈະ​ດົນ​ກວ່າ​ນັ້ນ. ຕາມ​ທ່ານ ຫຼີຊຽນຫຼົງ ​ແລ້ວ, ບັນດາ​ປະ​ເທດ​ເຂົ້າ​ຮ່ວມ​ການ​ເຈລະຈາ​ຈະ​ຖືກ​ເສຍ​ຫາຍ​ຫຼາຍ​ຢ່າງ ຍ້ອນ​ການ​ຊັກ​ຊ້າ​ນັ້ນ. ສັນຍາ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ພື້ນຖານ​ເສດຖະກິດ ຢູ່​ລະດັບ​ຄວາມ​ຮູ້​ແຕກ​ຕ່າງ​ກັນ​ດັ່ງກ່າວ ຈະ​ນຳ​ມາ​ເຊິ່ງຜົນ​ປະ​ໂຫຍດຍຸດ​ທະ​ສາດ​ໃຫ້​ທຸກໆ​ປະ​ເທດ​ສະມາຊິກ. ອາ​ເມ​ລິ​ກາ ຕ້ອງ​ເຫັນ​ໄດ້​ຄວາມ​ສຳຄັນ​ຂອງ TPP ຍ້ອນວ່າ ​ນີ້​ແມ່ນ​ການ​ຮ່ວມ​ມື​ສຳພັນ​ພຽງ​ໜຶ່ງ​ດຽວ ຢູ່​ພາກ​ພື້ນ​ທີ່​ມີ​ການ​ເຂົ້າ​ຮ່ວມ​ຂອງ​ວໍ​ຊິງ​ເຕັນ.

ຂ່າວ/ບົດ​ອື່ນ