ນາຍົກລັດຖະມົນຕີສົ່ງຈົດໝາຍອວຍພອນພໍ່ແມ່ຊາວເຜົ່າ ຂະແມ ເນື່ອງໃນໂອກາດບຸນປີໃໝ່ Chol Chnam Thmay

(VOVWORLD) -ໃນຈົດໝາຍ, ທ່ານນາຍົກລັດຖະມົນຕີໄດ້ເນັ້ນໜັກເຖິງວັດທະນະທຳທີ່ເປັນເອກະລັກສະເພາະ, ຄວາມໝາຍສຳຄັນພິເສດຂອງບຸນປີໃໝ່ Chol Chnam Thmay ແລະ ຂໍອວຍພອນໃຫ້ທຸກຄົນຈົ່ງມີໂຊກມີໄຊ
ນາຍົກລັດຖະມົນຕີສົ່ງຈົດໝາຍອວຍພອນພໍ່ແມ່ຊາວເຜົ່າ ຂະແມ ເນື່ອງໃນໂອກາດບຸນປີໃໝ່ Chol Chnam Thmay - ảnh 1ບຸນປີໃໝ່ Chol Chnam Thmay ປີ 2023 ຂອງພໍ່ແມ່ຊາວເຜົ່າ ຂະແມ
(ພາບ: qdnd.vn)

        ເນື່ອງໃນໂອກາດບຸນປີໃໝ່ Chol Chnam Thmay ປີ 2023 ຂອງພໍ່ແມ່ຊາວເຜົ່າ ຂະແມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈີງ ໄດ້ສົ່ງຈົດໝາຍອວຍພອນພໍ່ແມ່ຊາວເຜົ່າ ຂະແມ. ໃນຈົດໝາຍ, ທ່ານນາຍົກລັດຖະມົນຕີໄດ້ເນັ້ນໜັກເຖິງວັດທະນະທຳທີ່ເປັນເອກະລັກສະເພາະ, ຄວາມໝາຍສຳຄັນພິເສດຂອງບຸນປີໃໝ່ Chol Chnam Thmay ແລະ ຂໍອວຍພອນໃຫ້ທຸກຄົນຈົ່ງມີໂຊກມີໄຊ, ສຸດຂະພາບແຂງແຮງ, ລະດູການເກັບກ່ຽວໄດ້ຮັບຜົນດີ, ຄອບຄົວອິ່ມໜຳສຳລານ, ສົມບູນພູນສຸກ.

        ປີ 2023, ເປັນປີທີ 2 ທີ່ປະຕິບັດ 2 ໂຄງການເປົ້າໝາຍແຫ່ງຊາດໃນການພັດທະນາເສດຖະກິດ-ສັງຄົມເຂດຊົນເຜົ່າສ່ວນໜ້ອຍ ແລະ ເຂດພູດອຍ, ປີທຳອິດຜັນຂະຫຍາຍໂຄງການກະທຳປະຕິບັດຍຸດທະສາດວຽກງານຊົນເຜົ່າ, ເປີດກາລະໂອກາດໃໝ່ຫຼາຍຢ່າງໃຫ້ແກ່ເຂດຊົນເຜົ່າສ່ວນໜ້ອຍ ແລະ ເຂດພູດອຍ. ທ່ານນາຍົກລັດຖະມົນຕີເຊື່ອໝັ້ນວ່າ ພໍ່ແມ່ຊາວເຜົ່າ ຂະແມ ຈະສືບຕໍ່ເສີມຂະຫຍາຍນ້ຳໃຈຮັກຊາດ, ມີສະຕິສາມັກຄີ ເພື່ອພ້ອມກັບທຸກຂັ້ນ, ທຸກຂະແໜງການຜ່ານຜ່າຄວາມຫຍຸ້ງຍາກ ປະຕິບັດບັນດາເປົ້າໝາຍພັດທະນາເສດຖະກິດ - ສັງຄົມຢ່າງມີໄຊ, ເພີ່ມທະວີກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ