ນາຍົກລັດຖະມົນຕີຫງວຽນຊວນຟູ໋ກຕ້ອນຮັບປະທານກຸ່ມບໍລິສັດສື່ສານ Maekyung (ສ.ເກົາຫຼີ)

(VOVWORLD) -ທີ່ຕ້ອນຮັບທ່ານ Chang Dae Whan ປະທານກຸ່ມບໍລິສັດສື່ສານ Maekyung (ສ.ເກົາຫຼີ)ໃນຕອນບ່າຍວັນທີ 5 ທັນວາ, ຢູ່ ສຳນັກງານລັດຖະບານ, ທ່ານ ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟູ໋ກ ເນັ້ນໜັກວ່າ
ນາຍົກລັດຖະມົນຕີຫງວຽນຊວນຟູ໋ກຕ້ອນຮັບປະທານກຸ່ມບໍລິສັດສື່ສານ Maekyung (ສ.ເກົາຫຼີ) - ảnh 1 (ທ່ານນາຍົກລັດຖະມົນຕີຫງວຽນຊວນຟູ໋ກ ຕ້ອນຮັບປະທານກຸ່ມບໍລິສັດສື່ສານ Maekyung (ສ.ເກົາຫຼີ)

ຫວຽດນາມພວມ ຮັບຕ້ອນບັນດານັກລົງທຶນຕ່າງປະເທດ, ໃນນັ້ນມີບັນດານັກລົງທຶນ ສ.ເກົາຫຼີ. ລັດຖະບານ ພວມມານະພະຍາຍາມປະຕິບັດ ການສ້າງລັດຖະບານທີ່ມີຄວາມຊື່ສັດບໍລິສຸດ, ສ້າງສັນພັດທະນາ, ຮັບໃຊ້ປະຊາຊົນ ແລະ ວິສາຫະກິດ. ທ່ານ ນາຍົກລັດຖະມົນຕີ ໄດ້ສະເໜີ ກຸ່ມບໍລິສັດ Maekyung ດ້ວຍບົດບາດແມ່ນ ກຸ່ມບໍລິສັດສື່ສານ, ໃຫຍ່ຈະແຈ້ງຂ່າວເຖິງບັນດານັກລົງທຶນ ສ.ເກົາຫຼີ ກ່ຽວກັບສະພາບແວດລ້ອມແຫ່ງການລົງທຶນ - ດຳເນີນທຸລະກິດທີ່ອຳນວຍຄວາມສະດວກຂອງ ຫວຽດນາມ. ທ່ານ ນາຍົກລັດຖະມົນຕີ ກໍ່ປາດຖະໜາຢາກ ໃຫ້ນັບມື້ນັບມີວິສາຫະກິດ ສ.ເກົາຫຼີ ຫຼາຍແຫ່ງເຂົ້າມາລົງທຶນຢູ່ ຫວຽດນາມ ເພື່ອໃຫ້ ສ.ເກົາຫຼີ ຍາມໃດກໍ່ແມ່ນ ປະເທດນຳໜ້າໃນກຸ່ມບັນດາປະເທດລົງທຶນເຂົ້າ ຫວຽດນາມ. ກອກຈາກການຮ່ວມມືໃນຂົງເຂດການຄ້າ ແລະ ການລົງທຶນແລ້ວ, ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟູ໋ກ ປາດຖະໜາຢາກ ໃຫ້ນັບມື້ນັບມີນັກທ່ອງທ່ຽວ ສ.ເກົາຫຼີ ຫຼາຍຄົນ ມາຢ້ຽມຢາມ ຫວຽດນາມ, ຊຸກຍູ້ການພົວພັນແລກປ່ຽນ ປະຊາຊົນ ແລະ ວັດທະນະທຳ ລະຫວ່າງສອງປະເທດ.

        ສ່ວນທ່ານ Chang Dae Whan ປະທານ ກຸ່ມບໍລິສັດສື່ສານ Maekyung ໄດ້ສະແດງຄວາມເຫັນດີເຫັນພ້ອມກັບ ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟູ໋ກ ກ່ຽວກັບເລື່ອງຄຽງຄູ່ກັບການຮ່ວມມື, ພົວພັນແລກປ່ຽນດ້ານເສດຖະກິດນັ້ນຄວນຊຸກຍູ້ການພົວພັນແລກປ່ຽນວັດທະນະທຳ. ທ່ານ ປະທານ Chang Dae Whan ໃຫ້ຮູ້ວ່າ Maekyung ຈັດຕັ້ງບັນດາເວທີປາໄສເສດຖະກິດພູມປັນຍາເປັນປະຈຳ, ທ່ານ ປາດຖະໜາຢາກ ໃຫ້ມີຜູ້ປາຖະກະຖາ ຫວຽດນາມ ເຂົ້າຮ່ວມຫຼາຍຄົນ ແລະ ປະກອບສ່ວນໃຫ້ເຫດການນີ້, ຜ່ານນັ້ນໂຄສະນາເຜີຍແຜ່ພາບພົດ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ