ນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບປະທານກອງທຶນລົງທຶນ Harbinger Capital Partners ອາເມລິກາ

ນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບປະທານກອງທຶນລົງທຶນ Harbinger Capital Partners ອາເມລິກາ - ảnh 1
(ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ
ຕ້ອນຮັບປະທານກອງທຶນລົງທຶນ Harbinger Capital Partners ອາເມລິກາ)


(vovworld) - ​ວັນ​ທີ 12/01, ທີ່​ການ​ຕ້ອນ​ຮັບ​ທ່ານ Philip Falcone, ປະ​ທານກອງ​ທຶນ​ລົງ​ທຶນ Harbinger Capital Partners LLC (Harbinger), ປະ​ເທດ​ອາ​ເມ​ລິ​ກາ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ຢືນ​ຢັນ​ວ່າ, ຫວຽດ​ນາມ ຖື​ເປັນ​ສຳ​ຄັນ​ການ​ພົວ​ພັນ​ກັບ​ອາ​ເມ​ລິ​ກາ ແລະ ປາດ​ຖະ​ໜາ​ຢາກ​ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ 2 ປະ​ເທດ, ໂດຍ​ສະ​ເພາະ​ແມ່ນ​ໃນ​ຂົງ​ເຂດ​ການ​ຄ້າ, ການ​ລົງ​ທຶນ; ພ້ອມ​ທັງ​ຊົມ​ເຊີຍ ແລະ ຕີ​ລາ​ຄາ​ສູງ​ການ​ເຄື່ອນ​ໄຫວ​ລົງ​ທຶນ​ຂອງກອງ​ທຶນ Harbinger ຢູ່​ຫວຽດ​ນາມ. ທ່ານ​ນາຍ​ົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ສະ​ເໜີ​ໃຫ້​ກອງ​ທຶນ Harbinger ສືບ​ຕໍ່​ເປີດກວ້າງ​ການ​ລົງ​ທຶນ​ຢູ່​ຫວຽດ​ນາມ ແລະ ແມ່ນ​ຂົວ​ຕໍ່​ເພື່ອ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ​ອາ​ເມ​ລິ​ກາ, ເອົາ​ໃຈ​ໃສ່, ເພີ່ມ​ທະ​ວ​ີ​ການ​ລົງ​ທຶນ​ຢູ່​ຕະ​ຫຼາດ​ຫວຽດ​ນາມ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກໍ​ສະ​ເໜີ​ໃຫ້​ທ່ານ Falcone ພ້ອມ​ກັບ​ບັນ​ດາ​ວິ​ສາ​ຫະ​ກິດ​ອາ​ເມ​ລິ​ກາ ຕັ້ງ​ໜ້າ​ສະ​ໜັບ​ສະ​ໜູນ​ຫວຽດ​ນາມ ຈັດ​ຕັ້ງ​ກອງ​ປະ​ຊຸມ APEC 2017 ໃຫ້ສຳ​ເລັດ​ຜົນ.

ຂ່າວ/ບົດ​ອື່ນ