ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານ Isao Iijima, ທີ່ປຶກສາພິເສດຄະນະລັດຖະບານ ຍີ່ປຸ່ນ.
|
(vovworld) – ຕອນບ່າຍວັນທີ 9/12, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ Isao Iijima, ທີ່ປຶກສາພິເສດຄະນະລັດຖະບານ ຍີ່ປຸ່ນ. ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖື ຍີ່ປຸ່ນ ເປັນຄູ່ຮ່ວມມືສຳຄັນແຖວໜ້າ ແລະ ຍາວນານຂອງ ຫວຽດນາມ, ຖືເປັນສຳຄັນການເພີ່ມທະວີ ແລະ ເປີດກ້ວາງການພົວພັນຮ່ວມມືກັບບັນດາທ້ອງຖິ່ນຂອງ ຍີ່ປຸ່ນ. ເພື່ອຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ ຫວຽດນາມ - ຍີ່ປຸ່ນ ໃຫ້ເລິກເຊິ່ງ ກ້ວາງຂວາງ, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ ສະເໜີໃຫ້ 2 ປະເທດສືບຕໍ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ຜ່ານບັນດາການຢ້ຽມຢາມ ແລະ ການພົບປະຂັ້ນສູງຢູ່ນອກບັນດາກອງປະຊຸມສາກົນ, ໜູນຊ່ວຍຊຸກຍູ້ການຮ່ວມມືດ້ານເສດຖະກິດລະຫວ່າງ 2 ປະເທດ, ເພີ່ມທະວີວົງເງິນການຄ້າ ແລະ ການລົງທຶນ, ຊຸກຍູ້ບັນດາວິສາຫະກິດ ຍີ່ປຸ່ນ, ໃນນັ້ນມີບັນດາວິສາຫະກິດຂະໜາດນ້ອຍ ແລະ ກາງ, ເຂົ້າມາລົງທຶນຢູ່ ຫວຽດນາມ.
ສ່ວນທ່ານ Isao Iijima ຫວັງວ່າ ລັດຖະບານ ຫວຽດນາມ ຍາມໃດກໍ່ສ້າງທຸກເງື່ອນໄຂໃຫ້ບັນດາວິສາຫະກິດ ຍີ່ປຸ່ນ ທຳມາຫາກິນຢ່າງສະດວກຢູ່ ຫວຽດນາມ.