ນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບລັດຖະຕົນຕີກະຊວງປ້ອງກັນປະເທດຍີ່ປຸ່ນ

(VOVWORLD) -ຕອນເຊົ້າວັນທີ 04 ພຶດສະພາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານລັດຖະມົນຕີກະຊວງປ້ອງກັນປະເທດຍີ່ປຸ່ນ Takeshi Iwaya.

ນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບລັດຖະຕົນຕີກະຊວງປ້ອງກັນປະເທດຍີ່ປຸ່ນ - ảnh 1ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ຕ້ອນຮັບລັດຖະຕົນຕີກະຊວງປ້ອງກັນປະເທດຍີ່ປຸ່ນ

(ພາບ: TTXVN)

ທ່ານນາຍົກລັດຖະມົນຕີໄດ້ຕີລາຄາສູງບົດບາດຂອງຍີ່ປຸ່ນ ໃນພາກພື້ນ, ຍາມໃດກໍ່ຖືຍີ່ປຸ່ນ ແມ່ນຄູ່ຮ່ວມມືສຳຄັນແຖວໜ້າ ແລະ ຍາວນານ, ພ້ອມແລ້ວທີ່ຈະພ້ອມກັບຍີ່ປຸ່ນ ແບ່ງປັນ, ເສີມຂະຫຍາຍບັນດາຈຸດທີ່ຄ້າຍຄືກັນກ່ຽວກັບຜົນປະໂຫຍດຍຸດທະສາດໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືຢູ່ພາກພື້ນ. ຫວຽດນາມ ກໍ່ສະໜັບສະໜູນຍີ່ປຸ່ນ ເສີມຂະຫຍາຍບົດບາດກໍ່ສ້າງ ແລະ ຕັ້ງໜ້າຢູ່ບັນດາກົນໄກຮ່ວມມືຢູ່ພາກພື້ນ ແລະ ລະຫວ່າງພາກພື້ນ.

        ສ່ວນທ່ານລັດຖະມົນຕີກະຊວງປ້ອງກັນປະເທດຍີ່ປຸ່ນ Takeshi Iwaya ເນັ້ນໜັກວ່າ, ຍີ່ປຸ່ນ ຖືຫວຽດນາມ ແມ່ນໜຶ່ງໃນບັນດາປະເທດສຳຄັນທີ່ສຸດໃນການຮ່ວມມື, ຍົກສູງກຳລັງຄວາມສາມາດດ້ານປ້ອງກັນຊາດ. ຍີ່ປຸ່ນ ກໍ່ເອົາໃຈໃສ່, ພ້ອມແລ້ວທີ່ຈະໜູນຊ່ວຍຫວຽດນາມ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດບໍ່ທັນແຕກຫຼັງສົງຄາມ.

ຕອບກັບ

ຂ່າວ/ບົດ​ອື່ນ