ນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບລັດຖະມົນຕີການຕ່າງປະເທດອູຣູກວາຍ

ນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບລັດຖະມົນຕີການຕ່າງປະເທດອູຣູກວາຍ - ảnh 1
​ທ່ານ Rodolfo Nin Novoa, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສ. ອູ​ຣູກວາຍ  ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫງວຽນ​ຊວນ​ຟຸກ
(ພາບ: Thống Nhất/TTXVN)

(vovworld) – ຕອ​ນ​ບ່າຍ​ວັນ​ທີ 21/10, ຢູ່​ຮ່າ​ໂນ້ຍ , ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ​ຕ້ອນ​ຮັບ​ທ່ານ Rodolfo Nin Novoa, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສ. ອູ​ຣູກວາຍ ຕາ​ເວັນ​ອອກ ພວມ​ມີ​ການ​ຢ້ຽມ​ຢາມ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ​ໄດ້​ຕີ​ລາ​ຄາ​ສູງ​ໝາກ​ຜົນການ​ເຈ​ລະ​ຈາ​ຂອງ​ ທ່ານ​ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຟ້າມ​ບີ່ງ​ມີງ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ຖື​ວ່າ: ໃນ​ໄລ​ຍະ​ຈະ​ມາ​ເຖິງ, 2 ຝ່າຍ​ຕ້ອງ​ຮັກ​ສາ​ການ​ແລກ​ປ່ຽນ​ຄະ​ນະ​ທຸກ​ຂັ້ນ ເພື່ອ​ແນ​ໃສ່​ເພີ່ມ​ທະ​ວີ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ເຊິ່ງ​ກັນ ແລະ ກັນ, ຊຸກ​ຍູ້​ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ 2 ປະ​ເທດ​ສຳ​ພັດ​ຕະຫຼາດ​ຂອງ​ກັນ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ກໍ່​ສະ​ເໜີ 2 ຝ່າຍ​ຜັນ​ຂະ​ຫຍາຍ​ບັນ​ດາ​ເອ​ກະ​ສານ​ຮ່ວມ​ມື​ທີ່​ໄດ້​ລົງ​ນາມ​ແລ້ວ, ສ້າງ​ຕັ້ງ ແລະ ເລີ່ມ​ໃຫ້​ຄະ​ນະ​ກຳ​ມະ​ການ​ປະ​ສົມ​ກ່ຽວ​ກັບ​ການ​ຮ່ວມ​ມື​ເສດ​ຖະ​ກິດ - ການ​ຄ້າ ແລະ ການ​ລົງ​ທຶນ​ ເຄື່ອນ​ໄຫວຕາມ​ຈິດ​ໃຈ​ສັນ​ຍາ​ແມ່​ກ່ຽວ​ກັບ​ການ​ຄ້າ ແລະ ການ​ລົງ​ທຶນ​ລະ​ຫວ່າງ 2 ປະ​ເທດ​ທີ່​ມີ​ຜົນ​ສັກ​ສິດ​ແຕ່​ເດືອນ 4/2016 ໂດຍ​ໄວ.

       ສ່ວນ​ທ່ານ ລັດ​ຖະ​ມົນ​ຕີ Rodolfo Nin Novoa ໃຫ້​ຮູ້​ວ່າ: 2 ປະ​ເທດ​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນຫຼາຍ​ຢ່າງ​ເພື່ອ​ພັດ​ທະ​ນາ​ການ​ຮ່ວມ​ມື​ເສດ​ຖະ​ກິດ, ການ​ຄ້າ. ທ່ານ​ລັດ​ຖະ​ມົນ​ຕີ Rodolfo Nin Novoa ສະ​ເໜີ​ໃຫ້ ຫວຽດ​ນາມ ສ້າງ​ເງື່ອ​ນ​ໄຂ​ກ່​ວາ​ອີກ​ເພື່ອໃຫ້​ສິນ​ຄ້າ​ຂອງ ອູ​ຣູກວາຍ ນຳ​ເຂົ້າ ຫວຽດ​ນາມ. ອູ​ຣູກວາຍ ກໍ່​ພວມ​ເພີ່ມ​ທະ​ວີ​ການ​ນຳ​ເຂົ້າ​ບັນ​ດາ​ຜະ​ລິດ​ຕະ​ພັນ​ຈາກ ຫວຽດ​ນາມ. ທ່ານ​ລັດ​ຖະ​ມົນ​ຕີ Rodolfo Nin Novoa ສະ​ເໜີ​ໃຫ້ ຫວຽດ​ນາມ ແລະ ອູ​ຣູ​ກວາຍ​ເພີ່ມ​ທະ​ວີ​ການ​​ພົວ​ພັນແລກ​ປ່ຽນ​ກິ​ລາ​ບານ​ເຕະ.


ຂ່າວ/ບົດ​ອື່ນ