ນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບຮອງນາຍົກລັດຖະມົນຕີ,ຫົວໜ້າອົງການກວດກາລັດຖະບານລາວ

ນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບຮອງນາຍົກລັດຖະມົນຕີ,ຫົວໜ້າອົງການກວດກາລັດຖະບານລາວ - ảnh 1
ນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບຮອງນາຍົກລັດຖະມົນຕີ,ຫົວໜ້າອົງການກວດກາລັດຖະບານລາວ

(vovworld) – ​ ຕອນ​ບ່າຍ​ວັນ​ທີ 25/7, ຢູ່ ຮ່​າ​ໂນ້ຍ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຕ້ອນຮັບ​ທ່ານ ບຸນ​ທອງ ຈິດ​ມະນີ, ຮອງ​ນາຍົກລັດຖະມົນຕີ, ຫົວໜ​້າອົງການ​ກວດກາ​ລັດຖະບານ ລາວ ພວມ​ມີ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຕີ​ລາຄາ​ສູງ​ໝາກຜົນ​ຂອງ​ການ​ເຈລະຈາ​ລະຫວ່າງ​ອົງການ​ກວດກາ​ລັດຖະບານ ຫວຽດນາມ ​ແລະ ຄະນະ​ກວດກາລັດ​ຖະບານ ລາວ ປະກອບສ່ວນ​ປັບປຸງ​ກົນ​ໄກ, ນະ​ໂຍບາຍ, ກົດໝາຍ​ໃນ​ຂົງ​ເຂດ​ກວດກາ​ຂອງ 2 ປະ​ເທ​ດ ກໍ່​ຄື​ຊຸກຍູ້​ການ​​ເຄື່ອນ​ໄຫວ​ແບ່ງປັນ​ບົດຮຽນ​ໃນ​ການ​ປະຕິບັດ​ງານ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຢັ້ງຢືນ​ວ່າ: ລັດຖະບານ ຫວຽດນາມ ​ເວົ້າ​ລວມ ​ແລະ ອົງການ​ລັດຖະບານ ຫວຽດນາມ ​ເວົ້າ​ສະ​ເພາະ​ຍາມ​ໃດ​ກໍ່​ບຸລິ​ມະ​ສິດ, ຊ່ວຍ​ເຫຼືອ​​ເຝິກຝົນ​ຫຼໍ່​ຫຼອມ​ຍົກ​ສູງ​ວິຊາ​ຊີບ​ໃຫ້​ແກ່​ພະນັກງານ​ຂອງ​ອົງການ​ກວດກາ​ລັດຖະບານ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຫວັງ​ວ່າ, ​ໄລຍະ​ຈະ​ມາ​ເຖິງ, ອົງການ​ກວດກາ​ລັດຖະບານ 2 ປະ​ເທດ​ສືບ​ຕໍ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ຢ່າງ​ເລິກ​ເຊິ່ງ, ກ້ວາງ​ຂວາງ, ຮອບດ້ານ​ເພື່ອ​ນຳ​ການ​ຮ່ວມ​ມື​ລະຫວ່າງ​ຂະ​​ແໜງ​ກວດກາ ຫວຽດນາມ ​ແລະ ລາວ ນັບ​ມື້​ນັບ​ມີ​ປະສິດທິ​ຜົນ​ກ່ວາ​ອີກ.



ຂ່າວ/ບົດ​ອື່ນ