ນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບເອກອັກຄະລັດຖະທູດອົດສະຕາລີ

ນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບເອກອັກຄະລັດຖະທູດອົດສະຕາລີ - ảnh 1
ນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບເອກອັກຄະລັດຖະທູດອົດສະຕາລີ

(vovworld) - ຕອນ​ບ່າຍ​ວັນ​ທີ 24/11, ທີ່​ສຳ​ນັກ​ງານ​ລັດ​ຖະ​ບານ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໄດ້ຕ້ອນ​ຮັບ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ອົດ​ສະ​ຕາ​ລີ ຄົນ​ໃໝ່ Craig Chittick ​ທີ່ມາ​ຮັບ​ໜ້າ​ທີ່​ການ​ທ​ູດ​ຢູ່ ຫວຽດ​ນາມ. ທີ່​ການ​ຕ້ອນ​ຮັບ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໃຫ້​ຮູ້​ວ່າ: ຫວຽດ​ນາມ ແລະ ອົດ​ສະ​ຕາ​ລີ ພວມ​ຮ່ວມ​ມື​ຢ່າງ​ຕັ້ງ​ໜ້າ​ໃນຫຼ​າຍ​ຂົງ​ເຂດ​ຄື: ເສດ​ຖະ​ກິດ, ການ​ຄ້າ ແລະ 2 ປະ​ເທດ​ມີ​​ທັດ​ສະ​ນະ​ລວມ​ໃນຫຼາ​ຍ​ບັນ​ຫາ​​ໃນພາກ​ພື້ນ ແລະ ສາ​ກົນ.  ອົດ​ສະ​ຕາ​ລີ ເປັນ​ຄູ່​ຮ່ວມ​ມື​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ ຫວຽດ​ນາມ ແລະ ຫວຽດ​ນາມ ປາດ​ຖະ​ໜາຢາກ​ຮ່ວມ​ມື​ກັບ ອົດ​ສະ​ຕາ​ລີ ໃນຫຼາຍ​ຂົງ​ເຂດ​ທີ່ ອົດ​ສະ​ຕາ​ລີ ມີ​ທ່າ​ແຮງ​ຄື: ວິ​ທະ​ຍາ​ສາດເຕັກ​ໂນ​ໂລຢ​ີ, ຂຸດ​ຄົ້ນ​​ແຮ່ທາດ, ພ້ອມ​ທັງ​ຫວັງ​ວ່າ ການ​ພົວ​ພັນ 2 ປະ​ເທດ​ພັດ​ທະ​ນາ​​ຢ່າງຮອບ​ດ້ານ​ໃນ​ທຸກ​ຂົ​ງ​ເຂດ​ຄື: ​ເສດ​ຖະ​ກິດ, ວັດ​ທະ​ນະ​ທຳ, ການ​ສຶກ​ສາ - ບຳ​ລຸ​ງ​ສ້າງ, ການ​ທ່ອງ​ທ່ຽວ… ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄດ້​ຊົມ​ເຊີຍ​ບັນ​ດາ​ຂໍ້​ສະ​ເໜີ​ຂ​ອງ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ສຳ​ລັບ​ໂຄງ​ການ​ຮ່ວມ​ມື​ກ່ຽວ​ກັບ​ການ​ຫລຸດ​ຜ່ອນ​ຄວາມ​ທຸກ​ຍາ​ກ ແລະ ຄ​ວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ - ຊາຍ​ຢູ່ ຫວຽດ​ນາມ ແລະ ໃຫ້​ຮູ້​ວ່າ​ຈະ​ຊີ້​ນຳ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ​ຜັນ​ຂະ​ຫຍາຍ​ການ​ຮ່ວມ​ມື​ກັບ ອົດ​ສະ​ຕາ​ລີ​ໃນ​ຂົງ​ເຂດນີ້​ໂດຍ​ໄວ.

        ສ່ວນ​ທ່ານ ເອກ​ອັກ​ຄະ​ລັດ​ຖະ​ທູດ ອົດ​ສະ​ຕາ​ລີ Craig Chittick ​ກໍ່ຖື​ວ່າ ການ​ພົວ​ພັນ​ຮ່ວມ​ມື 2 ປະ​ເທດ​ພວມ​​ຢູ່ໃນ​ໄລ​ຍະ​ພັດ​ທະ​ນາ​ອັນ​ດີ​ງາມ​ໃນຫຼາຍ​ຂົງ​ເຂດ, ພ້ອມ​ທັງ​ລາຍ​ງານ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຮັບ​ຊາບ ກ່ຽວ​ກັບ​ເລື່ອງ​ລັດ​ຖະ​ບານ ອົດ​ສະ​ຕາ​ລີ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ສະ​ໜັບ​ສະ​ໜູນ​ສັນ​ຍາ​ຄູ່​ຮ່ວມ​ມື​ຂ້າມ ປາ​ຊີ​ຟິກ (TPP) ແລະ ສືບ​ຕໍ່​ວິ​ວັດ​ການ​ໃຫ້​ສັດ​ຕະ​ຍາ​ບັນ TPP. ອົດ​ສະ​ຕາ​ລີ ກໍ່​ສະ​ໜັບ​ສະ​ໜູນ ຫວຽດ​ນາມ ອອກ​ສະ​ໝັກ​ຮັບ​ເລືອກ​ຕັ້ງ​​ໃນຕຳ​ແໜ່ງ​​ຜູ້ອຳ​ນວຍ​ການ​ໃຫຍ່​ອົງ​ການ​ສຶກ​ສາ, ວິ​ທະ​ຍາ​ສາດ ແລະ ວັດ​ທະ​ນະ​ທຳ​ຂອງ ສ​ປ​ຊ (UNESCO).


ຂ່າວ/ບົດ​ອື່ນ