ນາຍົກລັດຖະມົນຕີຫງວຽນຊວນຟຸກສິ້ນສຸດການເຂົ້າຮ່ວມງານຕະຫຼາດນັດ CIIE 2018 ຢ່າງຈົບງາມ

(VOVWORLD) -ຕອນບ່າຍວັນທີ 05 ພະຈິກ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ສິ້ນສຸດບັນດາການເຄື່ອນໄຫວນອນໃນຂອບເຂດການເຄື່ອນໄຫວເຂົ້າຮ່ວມງານຕະຫຼາດນັດນຳເຂົ້າສາກົນຈີນ ຄັ້ງທີ 1 ເຊິ່ງດຳເນີນໃນລະຫວ່າງວັນທີ 04 – 05 ພະຈິກ ຢ່າງຈົບງາມ.

ນາຍົກລັດຖະມົນຕີຫງວຽນຊວນຟຸກສິ້ນສຸດການເຂົ້າຮ່ວມງານຕະຫຼາດນັດ CIIE 2018 ຢ່າງຈົບງາມ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມພິທີໄຂງານຕະຫຼາດນັດ CIIE 2018

(ພາບ: TTXVN)

ໃນໄລຍະເຂົ້າຮ່ວມ CIIE 2018, ທ່ານນາຍົກລັດຖະມົນຕີ ໄດ້ເຂົ້າຮ່ວມພິທີໄຂງານຕະຫຼາດນັດ CIIE 2018 ແລະ ເວທີປາໄສເສດຖະກິດການຄ້າຂຸງຈ໋ຽວ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ມີການພົບປະເຈລະຈາກັບທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສີຈີ້ນຜິງ; ພົບປະກັບເຈົ້າຄອງນະຄອນຊຽງໄຮ້ ອີງຢຸງ ; ເຂົ້າຮ່ວມການເປີດສະຫຼອງຫ້ອງການສົ່ງເສີມການຄ້າຫວຽດນາມ ຂາງເຈົ້າ, ເຊິ່ງເປັນຫ້ອງການສົ່ງເສີມການຄ້າແຫ່ງທີ 2 ຫວຽດນາມ ຢູ່ຈີນ.

        ກ່າວຄຳເຫັນທີ່ພິທີໄຂງານຕະຫຼາດນັດ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ເນັ້ນໜັກວ່າ.

        “ໃນສະພາບການຫັນເປັນໂລກາພິວັດຄືໃນປະຈຸບັນ, ປະເທດໜຶ່ງຍາກທີ່ຈະພັດທະນາດ້ວຍຕົນເອງໄດ້ ຖ້າຫາກວ່າ ບໍ່ເປີດປະຕູເຊື່ອມໂຍງ, ເຊື່ອມຕໍ່, ເພື່ອພ້ອມສ້າງບັນດາໝາກຜົນອັນໃຫຍ່ຫຼວງ. ພວກຂ້າພະເຈົ້າ ສະໜັບສະໜູນລະບົບການຄ້າຫຼາຍຝ່າຍເປີດ, ຍຸຕິທຳ, ໂປ່ງໄສ, ກວມລວມ ແລະ ອີງໃສ່ລະບຽບກົດໝາຍ, ດ້ວຍພື້ນຖານແມ່ນ WTO; ສະໜັບສະໜູນການຫັນການຄ້າ ແລະ ການລົງທຶນເປັນເສລີ, ສ້າງສະພາບແວດລ້ອມແຫ່ງການດຳເນີນທຸລະກິດທີ່ສະດວກ, ຕັ້ງໜ້າປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາ”.

        ທີ່ການພົບປະເຈລະຈາກັບທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສີຈີ້ນຜິງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີໃຫ້ຈີນ ເປີດປະຕູ, ສ້າງເງື່ອນໄຂສະດວກເພື່ອໃຫ້ສິນຄ້າຫວຽດນາມ ນຳເຂົ້າຈີນ; ມີນະໂຍບາຍ ແລະ ມາດຕະການຢ່າງແທດຈິງ ເພື່ອຫຼຸດຜ່ອນການນຳເຂົ້າເດີນດຸນຄືໃນປະຈຸບັນຂອງຫວຽດນາມ; ມຸ່ງໄປເຖິງການຄ້າ 2 ຝ່າຍເຕີບໂຕເປັນປົກກະຕິ, ໝັ້ນຄົງຍາວນານ; ຊົມເຊີຍບັນດາວິສາຫະກິດທັນສະໄໝຂອງຈີນ ເຂົ້າມາລົງທຶນຢູ່ຫວຽດນາມ.

ນາຍົກລັດຖະມົນຕີຫງວຽນຊວນຟຸກສິ້ນສຸດການເຂົ້າຮ່ວມງານຕະຫຼາດນັດ CIIE 2018 ຢ່າງຈົບງາມ - ảnh 2  ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບເຈົ້າຄອງນະຄອນຊຽງໄຮ້ ອີງຢຸງ

(ພາບ: TTXVN)

ທີ່ການຕ້ອນຮັບເຈົ້າຄອງນະຄອນຊຽງໄຮ້ ອີງຢຸງ,  ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ຊຽງໄຮ້ ສືບຕໍ່ສ້າງຄວາມສະດວກໃຫ້ແກ່ການເພີ່ມທະວີການພົບປະແລກປ່ຽນ, ແລກປ່ຽນຄະນະຜູ້ແທນທຸກຂັ້ນ, ຜັນຂະຫຍານບັນດາກົນໄກຮ່ວມມືທີ່ມີຢູ່ແລ້ວລະຫວ່າງຊຽງໄຮ້ ແລະ ນະຄອນໂຮ່ຈິມິນ; ຕັ້ງໜ້າຄົ້ນຄວ້າການເປີດກວ້າງການສ້າງຕັ້ງບັນດາກົນໄກຮ່ວມມືໃໝ່ກັບບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນອື່ນໆຂອງຫວຽດນາມ…

        ກ່ອນທີ່ສິ້ນສຸດການເຂົ້າຮ່ວມງານຕະຫຼາດນັດ CIIE 2018, ຕອນບ່າຍວັນດຽວກັນ, ທ່ານນາຍົກລັດຖະມົນຕີ ໄດ້ເຂົ້າຮ່ວມພິທີເປີດສະຫຼອງຫ້ອງການສົ່ງເສີມການຄ້າຫວຽດນາມ ຢູ່ຂາງເຈົ້າ, ປະເທດຈີນ. ນີ້ແມ່ນຫ້ອງການສົ່ງເສີມການຄ້າແຫ່ງທີ 2 ຂອງຫວຽດນາມ ຢູ່ຈີນ. ເມື່ອນຳເຂົ້າເຄື່ອນໄຫວ, ຫ້ອງການການຄ້າແຫ່ງນີ້ຈະສະໜອງ ແລະ ໜູນຊ່ວຍໂດຍກົງໃຫ້ບັນດາວິສາຫະກິດຫວຽດນາມ ແລະ ວິສາຫະກິດຈີນ ໃນບໍລິເວນ ໃນການສົ່ງເສີມການຄ້າ ແລະ ການລົງທຶນ, ຜ່ານນັ້ນນຳວົງເງິນຂາອອກຂາເຂົ້າລະຫວ່າງ 2 ປະເທດຍືນຍົງກວ່າ ແລະ ເພີ່ມທະວີການດຶງດູດການລົງທຶນຈາກຈີນ ເຂົ້າຫວຽດນາມ ແລະ ກົງກັນຂ້າມ.

        ກ່ອນໜ້ານັ້ນ, ໃນຕອນບ່າຍວັນທີ 05 ພະຈິກ, ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບບາງວິສາຫະກິດແຖວໜ້າຂອງຈີນ ໃນບັນດາຂົງເຂດການເງິນ, ກະສິກຳ, ການພັດທະນາພື້ນຖານໂຄງລ່າງ…

        ຕອນບ່າຍວັນທີ 05 ພະຈິກ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ເດີນທາງໄປເຖິງສະໜາມບິນສາກົນຂົງຈ໋ຽວ ເດີນທາງອອກຈາກຊຽງໄຮ້, ກັບເມືອປະເທດ, ສິ້ນສຸດການເຂົ້າຮ່ວມງານຕະຫຼາດນັດ CIIE 2018 ຄັ້ງທີ 1 ຢ່າງຈົບງາມ.

ຕອບກັບ

ຂ່າວ/ບົດ​ອື່ນ