ນາຍົກລັດຖະມົນຕີຫງວຽນຊວນຟຸກເຂົ້າຮ່ວມກອງປະຊຸມສົ່ງເສີມການລົງທຶນນະຄອນຫາຍຟ່ອງ

ນາຍົກລັດຖະມົນຕີຫງວຽນຊວນຟຸກເຂົ້າຮ່ວມກອງປະຊຸມສົ່ງເສີມການລົງທຶນນະຄອນຫາຍຟ່ອງ - ảnh 1
ບັນ​ດາ​ນັກ​ລົງ​ທຶນ​ຕ່າງ​ປະ​ເທດ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຳ​ມະ​ນາ
(ພາບ: thanhnien.vn)

(vovworld) - ຕອນ​ບ່າຍ​ວັນ​ທີ 19/9, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສົ່ງ​ເສີມ​ການ​ລົງ​ທຶນ​ນະ​ຄອນ ຫາຍ​ຟ່ອງ ປີ 2016 ດ້ວຍ​ຫົວ​ຂໍ້ “ຫາຍ​ຟ່ອງ - ຈຸດ​ນັດ​ພົບ​ຂອງ​ບັນ​ດາ​ນັກ​ລົງ​ທຶນ” ດ້​ວຍ​ການ​ເຂົ້າ​ຮ່ວມ​ຂອງວິ​ສາ​ຫະ​ກິດ, ນັ​ກ​ລົງ​ທຶນ​ທັງ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດເກືອບ 200 ແຫ່ງ. ກ່າ​ວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ເນັ້ນ​ໜັກ​ເຖິງ​ຜົນ​ງານ​ພິ​ເສດ​ຂອງ ຫາຍ​ຟ່ອງ ໃນ​ການ​ດຶງ​ດູດ​ການ​ລົງ​ທຶນ. ທ່ານ ຫງວຽນ​ຊວນ​ຟຸກ ຫວັງ​ວ່າ​ບັນ​ດາ​ນັກ​ລົງ​ທຶນ​ຜັນ​ຂະ​ຫຍາຍ​ການ​ທຳ​ມາ​ຫາ​ກິນ​ຢູ່ ຫາຍ​ຟ່ອງ ແລະ ໃນ​ທົ່ວ​ປະ​ເທດ, ປະ​ຕິ​ບັດ​ການ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ​ເປັນ​ຢ່າງດ​ີ:

        “ລັດ​ຖະ​ບານ​ປາດ​ຖະ​ໜາ​​ວ່າ​ນອກ​ຈາກ​ເລື່ອງ​ບັນ​ດາ​ນັກ​ລົງ​ທຶນ​ຖື​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ເປ​ັ​ນ​ສຳ​ຄັນ ຄວນ​ເອົາ​ໃຈ​ໃສ່​ເຖິງ​ສິ່ງ​ແວດ​ລ້ອມ​ເພື່ອ​ພັດ​ທະ​ນາ​ແບບ​ຍືນ​ຍົງ, ຂ້າ​ພະ​ເຈົ້າ​ຫວັງ​ວ່າ ບັນ​ດາ​ນັກ​ລົງ​ທຶນ​ຈົ່ງ​ລົງ​ທຶນ​ເຂົ້າ​ຫາຍ​ຟ່ອງ, ເຂົ້າ ຫວຽດ​ນາມ ບັນ​ດາ​ເຕັກ​ໂນ​ໂລ​ຢີ, ອຸ​ປະ​ກອນ​ທັນ​ສະ​ໄໝ, ຮັບ​ປະ​ກັນ​ສິ່ງ​ແວດ​ລ້ອມ​ໃຫ້​ແກ່​ປະ​ຊາ​ຊົນ ແລະ ນະ​ຄອນ​ຂ​ອງ​ພວກ​ເຮົາ.”


ຂ່າວ/ບົດ​ອື່ນ