ນາຍົກລັດຖະມົນຕີຫງວຽນຊວນຟຸກເຂົ້າຮ່ວມກອງປະຊຸມອາຊຽນ 28 – 29 ຢູ່ລາວ
(ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ
ໄດ້ໄປຮອດສະໜາມບິນສາກົນ ວັດໄຕ)
(vovworld) – ຕອນທ່ຽວວັນທີ 06/09, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງລັດຖະບານຫວຽດນາມ ໄດ້ໄປຮອດສະໜາມບິນສາກົນ ວັດໄຕ, ນະຄອນຫຼວງວຽງຈັນ, ປະເທດລາວ. ຢູ່ທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເລີ່ມຕົ້ນການເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28 – 29 ແລະ ບັນດາກອງປະຊຸມຂັ້ນສູງທີ່ກ່ຽວຂ້ອງ ຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ.
ກອງປະຊຸມອາຊຽນ ຄັ້ງທີ 28 – 29 ແລະ ບັນດາກອງປະຊຸມຂັ້ນສູງທີ່ກ່ຽວຂ້ອງ ຖືກໄຂຂຶ້ນໃນລະຫວ່າງວັນທີ 06 – 08/09, ດ້ວຍການເຂົ້າຮ່ວມຂອງການນຳ 10 ປະເທດອາຊຽນ, ຈີນ, ຍີ່ປຸ່ນ, ສ.ເກົາຫຼີ, ອາເມລິກາ, ລັດເຊຍ, ອິນເດຍ, ອົດສະຕາລີ, ນິວຊີແລນ ແລະ ເລຂາທິການໃຫຍ່ສະຫະປະຊາຊາດ. ດ້ວຍຫົວຂໍ້ວ່າ “ຫັນວິໄສທັດໃຫ້ເປັນຮູບປະທຳ ເພື່ອຄວາມເຂັ້ມແຂງຂອງປະຊາຄົມອາຊຽນ”, ນີ້ແມ່ນໂອກາດເພື່ອໃຫ້ການນຳບັນດາປະເທດອາຊຽນ ແລະ ບັນດາປະເທດຄູ່ຮ່ວມມືແລກປ່ຽນ, ປຶກສາຫາລື ເພື່ອແນໃສ່ຊຸກຍູ້ບັນດາກົນໄກຮ່ວມມືໃໝ່, ມີປະສິດທິຜົນກວ່າ ພາຍຫຼັງປະຊາຄົມອາຊຽນ ໄດ້ຮັບການສ້າງຕັ້ງຢ່າງເປັນທາງການເມື່ອວັນທີ 31/12/2015.