ນາຍົກລັດຖະມົນຕີຫງວຽນຊວນຟຸກໃຫ້ການຕ້ອນຮັບເອກອັກຄະລັດຖະທູດມາເລເຊຍແລະໄທປະຈຳຫວຽດນາມ

ນາຍົກລັດຖະມົນຕີຫງວຽນຊວນຟຸກໃຫ້ການຕ້ອນຮັບເອກອັກຄະລັດຖະທູດມາເລເຊຍແລະໄທປະຈຳຫວຽດນາມ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ​ ຫງວຽນ​ຊວນ​ຟຸກ
ຕ້ອນ​ຮັບເອກ​ອັກ​ຄະ​ລັດ​ຖະ​ທູດມາ​ເລ​ເຊຍ
(ພາບ: TTXVN)


(vovworld)- ​ໃນ​ຕອນ​ບ່າຍ ວັນ​ທີ 14/6, ທີ່​ພິ​ທີ​ຕ້ອນ​ຮັບ ທ່ານ M. Zamruni Khalid ເອກ​ອັກ​ຄະ​ລັດ​ຖະ​ທູດມາ​ເລ​ເຊຍ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ​ ຫງວຽນ​ຊວນ​ຟຸກ ຢັ້ງ​ຢືນ​ວ່າ ຫວຽດ​ນາມ ​ຍາມ​ໃດກໍ່​ຖື​ເປັນ​ສຳ​ຄັນ ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ກັບ​ມາ​ເລ​ເຊຍ ແລະ ປາດ​ຖະ​ໜາ​ຢາກຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ກັບ​ຝ່າຍ​ມາ​ເລ​ເຊຍ ເພື່ອ​ພ້ອມ​ກັນ​ຊຸກ​ຍູ້​ສາ​ຍ​ພົວ​ພັນ​ທີ່​ດີ​ງາມນີ້. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ  ສະ​ເໜີ​ ສອງ​ຝ່າຍ​ປັບ​ປຸງ​​ໂຄງ​ການ​ດຳ​ເນີນ​ງານຫວ​ຽດ​ນາມ-ມາ​ເລ​ເຊຍ ​ໄລ​ຍະ 2016-2018 ໃຫ້​ສົມ​ບູນ​ແບບເພື່ອ​ຫັນ​ບັນ​ດາ​ຂົງ​ເຂດ​ການ​ຮ່ວມ​ມືໃຫ້ປະ​ກົດ​ຜົນ​ເປັນ​ຈິງ; ສ້າງ​ກົນ​ໄກ​ເຈ​ລະ​ຈາ​ປ້ອງ​ກັນ​ຊາດ​ຂັ້ນ​ຮອງ​ລັດ​ຖະ​ມົນ​ຕີ; ​ຈັດກອງ​ປະ​ຊຸມ ຄັ້ງ​ທີ 5 ຄະ​ນະ​ກຳ​ມະ​ການ​ປະ​ສົມ ກ່ຽວ​ກັບ​ດ້ານ​ເສດ​ຖະ​ກິດ, ວິ​ທະ​ຍາ​ສາດ ແລະ ເຕັກ​ນິກ ໃນ​ໄຕ​ມາດ 3 ປີ 2016 ໂດຍ​ໄວ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສະ​ເໜີ​ ມາ​ເລ​ເຊຍ​ຊຸກ​ຍູ້ ບັນ​ດາ​ວິ​ສາ​ຫະ​ກິດ​ມາ​ເລ​ເຊຍ ສືບ​ຕໍ່​ເປີດກວ້າງ​ລົງ​ທຶນ, ດຳ​ເນີນ​ທຸ​ລະ​ກິດ ຢູ່ ຫວຽດ​ນາມ ກໍ່​ຄື​ການ​ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ແກ່​ວິ​ສາ​ຫະ​ກິດ ຫວຽດ​ນ​າມ ລົງ​ທຶນ​ເຂົ້າ​ຕະຫຼາດ​ ມາ​ເລ​ເຊຍ.

        ​​ທີ່​ການຕ້ອນ​ຮັບ ​ທ່ານ ມາ​ໂນບ​ໃຈ ວົງ​ພັກ​ດີ ເອກ​ອັກ​ຄະ​ລັດ​ຖະ​ທູດ​ວິ​ສາ​ມັນ​ຜູ້​ມີ​ອຳ​ນາດ​ເຕັມ ແຫ່ງ​ລາ​ຊະ​ອາ​ນາ​ຈັກ​ໄທ ​ປະ​ຈຳ ​ຫວຽດ​ນາມ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ຍົກ​ໃຫ້​ເຫັນ​ແຈ້ງ ກ​ານ​ພົວ​ພັນ​ຫວຽດ​ນາມ-ໄທ ພວມ​ພັດ​ທະ​ນາ​ຢ່າງ​ດີ​ງາມ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ພ້ອມ​ທັງຂອບ​ອົກ​ຂອບ​ໃຈ​ລັດ​ຖະ​ບານ, ປະ​ຊາ​ຊົນ ແລະ ວິ​ສາ​ຫະ​ກິດ​ໄທ ທີ່ໄດ້​ໜູນ​ຊ່ວຍ​ຫວຽດ​ນາມ ເງິນ​ຈຳ​ນວນ 100.000 ໂດ​ລາສະ​ຫະ​ລັດ ແກ້​ໄຂຜົນ​ຮ້າຍ​ຈາກ​ໄພ​ແຫ້ງ​ແລ້ງ ແລະ ນ້ຳ​ທະ​ເລ​ຊຶມ ຢູ​່​ເຂດ​ທ​ົ່ງ​ພຽງ​ແມ່​ນ້ຳ​ຂອງ​ທາງ​ພາກ​ໃຕ້​ຫວຽດ​ນາມ, ສະ​ແດງ​ໃຫ້​ເຫັນ​ນ້ຳ​ໃຈ ແລະ ການ​ແບ່ງ​ປັນ ຂອ​ງ​ລັດ​ຖະ​ບານ ແລະ ປະ​ຊາ​ຊົນ​ໄທ ກັບ​ລັດ​ຖະ​ບານ ແລະ ປະ​ຊາ​ຊົນ​ຫວຽດ​ນາມ ​ເມື່ອ​ຕັ້ງບັນ​ຫາ ​ຫວຽດ​ນາມ ແລະ ໄທ ເປັນ 2 ໃນ​ຈຳ​ນວນ 3 ປະ​ເທດ ສ​ົ່ງ​ອອກ​ເຂົ້າ​ສານ​ຫຼາຍກວ່າ​ໝູ່​ໃນ​ໂລກ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ  ເນັ້ນ​ໜັກ​ວ່າ: ສອງ​ປະ​ເທດ ຈຳ​ເປັນ​ຕ້ອງ​ຮ່ວມ​ມື​ໃນ​ຂົງ​ເຂດນີ້ ເພື່ອ​ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດ ໃຫ້​ແກ່​ປະ​ຊາ​ຊົນ​ສອງ​ປະ​ເທດ.

ຂ່າວ/ບົດ​ອື່ນ