ນາຍົກລັດຖະມົນຕີຫງວຽນເຕີ້ນຢຸງ ເຮັດວຽກກັບພະນັກງານຫຼັກແຫຼ່ງແຂວງ ອຽນບ້າຍ

    ນາຍົກລັດຖະມົນຕີຫງວຽນເຕີ້ນຢຸງ ເຮັດວຽກກັບພະນັກງານຫຼັກແຫຼ່ງແຂວງ ອຽນບ້າຍ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ້​ນຢຸງ ​ໄດ້​ຕີ​ລາຄາ​ສູງ​ບັນດາ​ໝາກຜົນ​ຮອບດ້ານ​ຊຶ່ງ​ອົງຄະ​ນະ​ພັກ, ອຳນາດ​ການ​ປົກຄອງ ​ແລະ ປະຊາຊົນ​ບັນດາ​ເຜົ່າ​ແຂວງ ອຽນ​ບ້າຍ ຍາດ​ມາ​ໄດ້​.
(ພາບ: nguyentandung)

(vovworld)- ຕອນ​ບ່າຍ​ວັນ​ທີ 19/9, ​ໃນ​ກາ​ນລົງ​ປະຕິບັດງານຢູ່ບັນດາແຂວງ ເຂດພູດ​ອຍພາກ​ເໜືອ, ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີ້​ນຢຸງ ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ບັນດາພະນັກ​ງານຫຼັກ​ແຫຼ່ງຂອງ​ແຂວງ ອຽນ​ບ້າຍ ກ່ຽວ​ກັບ​ສະພາບ​ການ​ເສດຖະກິດ​ສັງຄົມ​ຂອງ​ທ້ອງ​ຖິ່ນ.

   ສະຫຼຸບ​ການ​ເຮັກ​ວຽກ, ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີ້​ນຢຸງ ​ໄດ້​ຍ້ອງຍໍ​ຊົມ​ເຊີຍ ​ແລະ ຕີ​ລາຄາ​ສູງ​ຄວາມ​ມານະ​ພະຍາຍາມ, ບັນດາ​ໝາກຜົນ​ຮອບດ້ານ​ຊຶ່ງ​ອົງຄະ​ນະ​ພັກ, ອຳນາດ​ການ​ປົກຄອງ ​ແລະ ປະຊາຊົນ​ບັນດາ​ເຜົ່າ​ແຂວງ ອຽນ​ບ້າຍ ຍາດ​ມາ​ໄດ້​ໃນ​ພາລະກິດ​ສ້າງສາ ​ແລະ ພັດທະນາ​ເສດຖະກິດ​ສັງຄົມ​ໃນ​ໄລຍະ​ທີ່​ຜ່ານ​ມາ. ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີ້​ນຢຸງ ສະ​ເໜີ​ແຂວງ ອຽນ​ບ້າຍຄວນ​ສືບ​ຕໍ່​ເສີມ​ຂະຫຍາຍ​ບັນດາ​ໝາກຜົນ​ທີ່​ບັນລຸ​ມາ​ໄດ້, ສູ້​ຊົນບັນລຸ​ຈຸດໝາຍ​ໜ້າ​ທີ່​ຂອງ​ປີ 2014 ກໍ​ຄື​ຂອງ​ທັງ​ອາຍຸ​ການ​ກອງ​ປະຊຸມ​ໃຫຍ່​ອົງຄະ​ນະ​ພັກ​ແຂວງ. ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີ້​ນຢຸງ ​ໃຫ້ການ​ຊີ້​ນຳ​ແຂວງ ອຽນ​ບ້າຍ ສືບ​ຕໍ່​ເອົາ​ໃຈ​ໃສ່​ຊຸກຍູ້​ການ​ພັດທະນາ​ບັນດາ​ຂະ​ແໜງ​ການ, ຂົງ​ເຂດ​ອຸດສາຫະກຳ​ຊຶ່ງ​ໄດ້​ຮັບ​ຖື​ວ່າ ​ແມ່ນ​ທ່າ​ໄດ້​ປຽບ​ຂອງ​ທ້ອງ​ຖິ່ນ, ຕັ້ງໜ້າ​ສົ່ງ​ເສີມ, ດຶງ​ດູດ​ການ​ລົງທຶນ​ເຂົ້າ​ໃນບັນດາ​ຂົງ​ເຂດ​ທີ່​ແຂວງ​ຍັງ​ມີ​ທ່າ​ແຮງ​ຫຼາຍ​ຢ່າງ. ພ້ອມ​ກັນ​ນັ້ນ, ທາງ​ແຂວງ​ຄວນ​ສືບ​ຕໍ່​ປະຕິບັດ​ບັນດາ​ມາດ​ຕະການ​ພັດທະນາ​ສາທາລະນະ​ສຸກ, ວັດທະນະທຳ, ການ​ສຶກສາ, ​ເອົາ​ໃຈ​ໃສ່​ເຖິງ​ການ​ພັດທະນາ​ຊັບພະຍາກອນ​ມະນຸດ, ຕອບ​ສະໜອງ​ຄວາມ​ຕ້ອງການ​ໃນ​ການ​ພັດທະນາ. 

ຂ່າວ/ບົດ​ອື່ນ