ທ່ານນາຍົກລັດຖະມົນຕີ ຫງວຽນເຕີ໋ນຢຸງ ຕ້ອນຮັບທ່ານ
Andrei Vorobyov ຜູ້ວ່າການແຂວງ ມົດສະກູ
(ພາບ:VGP/NhatBac)
(vovworld) – ຕອນບ່າຍວັນທີ 22/10, ຢູ່ສຳນັກງານລັດຖະບານ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນເຕີ໋ນຢຸງ ໄດ້ໃຫ້ການຕ້ອນຮັບທ່ານ Andrei Vorobyov ຜູ້ວ່າການແຂວງ ມົດສະກູ ສະຫະພັນ ລັດເຊຍ. ທ່ານນາຍົກລັດຖະມົນຕີ ຫງວຽນເຕີ໋ນຢຸງ ຢືນຢັນວ່າ: ນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ແມ່ນມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ ເພື່ອພ້ອມກັບສະຫະພັນ ລັດເຊຍ ສືບຕໍ່ນຳການພົວພັນຮ່ວມມືລະຫວ່າງ 2 ປະເທດນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນ. ພ້ອມທັງ ໃຫ້ຮູ້ວ່າ: ທີ່ວາລະປະຊຸມຄະນະກຳມະການຮ່ວມມືລະຫວ່າງລັດຖະບານຈະມາເຖິງ, 2 ຝ່າຍຈະສຸມໃສ່ແລກປ່ຽນ, ວາງອອກບັນດາມາດຕະການທີ່ມີປະສິດທິຜົນ ເພື່ອແນໃສ່ຜັນຂະຫຍາຍການພົວພັນຮ່ວມມື ຫວຽດນາມ - ສະຫະພັນ ລັດເຊຍ ຢ່າງເລິກເຊິ່ງ ກ້ວາງຂວາງກ່ວາອີກ ໃນທຸກຂົງເຂດ, ພິເສດແມ່ນການຮ່ວມມືໃນຂົງເຂດເສດຖະກິດ, ການຄ້າ, ການລົງທຶນ, ການທ່ອງທ່ຽວ…ທ່ານນາຍົກລັດຖະມົນຕີ ຫງວຽນເຕີ໋ນຢຸງ ປາດຖະນາວ່າ ແຂວງ ມົດສະກູ ຈະສືບຕໍ່ເອົາໃຈໃສ່ຊຸກຍູ້ການຮ່ວມມືໃນທຸກຂົງເຂດກັບນະຄອນຫລວງ ຮ່າໂນ້ຍ ແລະ ນະຄອນ ໂຮ່ຈີມິນ.