(vovworld) – ວັນທີ 18/6, ທີ່ການຕ້ອນຮັບຜູ້ອຳນວຍການແຫ່ງຊາດທະນາຄານພັດທະນາອາຊີ (ADB) ປະຈຳຫວຽດນາມ Tomoyuki Kimura ເຂົ້າຢ້ຽມອຳລາເນື່ອງໃນໂອກາດສິ້ນສຸດໜ້າທີ່ປະຕິບັດງານຢູ່ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫງວຽນເຕິນຢຸງ ຕີລາຄາສູງການຮ່ວມມືຢ່າງມີປະສິດທິຜົນຂອງ ADB ສຳລັບ ຫວຽດນາມ ໃນໄລຍະຜ່ານມາ, ພິເສດແມ່ນໃນນະໂຍບາຍໜູນຊ່ວຍດ້ານເຕັກນິກ, ແຫຼ່ງຊັບພະຍາກອນມະນຸດໃຫ້ ຫວຽດນາມ ໃນການປະຕິບັດບັນດາຄາດໝາຍພັດທະນາ. ສ່ວນທ່ານຜູ້ອຳນວຍການ ADB ປະຈຳຫວຽດນາມ Tomoyuki Kimura ຕີລາຄາສູງຜົນສຳເລັດຂອງ ຫວຽດນາມ ໃນການແກ້ໄຂວິກິດການ, ຮັກສາສະຖຽນລະພາບເສດຖະກິດມະຫາພາກ, ບັນລຸລະດັບເຕີບໂຕສູງ, ແກ້ໄຂບັນຫາຮັບປະກັນຊີວິດສັງຄົມເປັນຢ່າງດີ. ທ່ານ Tomoyuki Kimura ຢືນຢັນວ່າ: ຍາມໃດ ADB ກໍຮຽງບ່າຮຽງໄຫຼ່ກັບ ຫວຽດນາມ ບົນເສັ້ນທາງພັດທະນາ.
ແລະກໍໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫງວຽນເຕິນຢຸງ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດແດນມາກ John Nielsen ເຂົ້າຢ້ຽມອຳລາເນື່ອງໃນໂອກາດສິ້ນສຸດໜ້າທີ່ການທູດຢູ່ ຫວຽດນາມ. ທ່ານນາຍົກລັດຖະມົນຕີ ຫງວຽນເຕິນຢຸງ ຢືນຢັນວ່າ: ຫວຽດນາມ ຍາມໃດກໍຖືເປັນສຳຄັນ ແລະ ປາດຖະໜາຢາກສືບຕໍ່ ພ້ອມກັບ ແດນມາກ ນຳການພົວພັນຮ່ວມມື ລະຫວ່າງ 2 ປະເທດໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນ, ນຳມາເຊິ່ງຜົນປະໂຫຍດລວມໃຫ້ແກ່ປະຊາຊົນ 2 ປະເທດ. ທ່ານເອກອັກຄະລັດຖະທູດ John Nielsen ຢັ້ງຢືນວ່າ: ແດນມາກ ຍາມໃດກໍຖືເປັນສຳຄັນ ແລະ ປາດຖະໜາຢາກຊຸກຍູ້ການຮ່ວມມືກັບ ຫວຽດນາມ ໃນທຸກຂົງເຂດ, ພິເສດແມ່ນບັນດາຂົງເຂດເສດຖະກິດ, ການຄ້າ, ການລົງທຶນ; ເອົາໃຈໃສ່ພິເສດເຖິງການຮ່ວມມືດ້ານວັດທະນະທຳ, ການພົບປະແລກປ່ຽນປະຊາຊົນ ເພື່ອແນໃສ່ເພີ່ມທະວີຄວາມເຂົ້າອົກເຂົ້າໃຈ, ຄວາມໄວ້ເນື້ອເຊື່ອໃຈ ລະຫວ່າງ 2 ປະເທດ ແລະ 2 ຊາດກ່ວາອີກ.