ນາຍົກລັດຖະມົນຕີຫງວຽນເຕີນຢູງຕ້ອນຮັບລັດຖະມົນຕີກະຊວງແຫລ່ງຊັບພະຍາກອນມະນຸດຮູງກາຣີ
ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງຕ້ອນຮັບລັດຖະມົນຕີກະຊວງແຫລ່ງຊັບພະຍາກອນມະນຸດ ຮູງກາຣີ Balog Zoltan
ພາບ:VGP
|
(vovworld)- ຕອນບ່າຍວັນທີ 4/3, ຢູ່ ຮ່າໂນ້ຍ, ໃນການຕ້ອນຮັບລັດຖະມົນຕີກະຊວງແຫລ່ງຊັບພະຍາກອນມະນຸດ ຮູງກາຣີ Balog Zoltan ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ໄດ້ເນັ້ນຫນັກວ່າ : ຫວຽດນາມ ຖືການພັດທະນາການພົວພັນຮ່ວມມືມິດຕະພາບກັບ ຮູງກາຣີ ເປັນສຳຄັນ ແລະ ຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອພ້ອມກັບ ຮູງກາຣີ ສືບຕໍ່ນຳການພົວພັນຮ່ວມມືລະຫວ່າງສອງປະເທດໃນບັນດາຂົງເຂດໃຫ້ນັບມື້ນັບພັດທະນາຢ່າງເລິກເຊິ່ງ, ກວ້າງຂວາງ, ປະສິດທິຜົນ, ນຳມາເຊິ່ງຜົນປະໂຫຍດຢ່າງແທດຈິງໃຫ້ແກ່ການພັດທະນາລວມຂອງທັງສອງປະເທດ. ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ປາດຖະຫນາຢາກສອງຝ່າຍຍູ້ແຮງລະດັບຄວາມໄວການຜັນຂະຫຍາຍບັນດາໂຄງການຮ່ວມມືຊື່ງສອງຝ່າຍໄດ້ເປັນເອກະພາບກັນກວ່າອີກ, ເພີ່ມທະວີການຮ່ວມມືກ່ຽວກັບການສຶກສາ, ບຳລຸງສ້າງ, ວິທະຍາສາດເຕັກໂນໂລຊີ, ສາທາລະນະສຸກ, ບຳລຸງສ້າງແຫລ່ງຊັບພະຍາກອນມະນຸດ, ພ້ອມທັງສະເຫນີໃຫ້ ຮູງກາຣີ ເພີ່ມທຶນສຶກສາເພື່ອໃຫ້ນັບມື້ນັບມີນັກຮຽນ, ນັກສຶກສາ ຫວຽດນາມ ໄປຮຳ່ຮຽນຢູ່ ຮູງກາຣີ ຫລາຍກວ່າ ກໍຄືຢາກ ຮູງກາຣີ ເປີດບັນດາຮາກຖານບຳລຸງສ້າງຢູ່ ຫວຽດນາມ.