ນາຍົກລັດຖະມົນຕີຫງວຽນເຕີນຢູ້ງຕ້ອນຮັບຮອງເລຂາທິການໃຫຍ່ສປຊແລະລັດຖະມົນຕີວ່າການກະຊວງຍຸຕິທຳອານເຊຣີ

ນາຍົກລັດຖະມົນຕີຫງວຽນເຕີນຢູ້ງຕ້ອນຮັບຮອງເລຂາທິການໃຫຍ່ສປຊແລະລັດຖະມົນຕີວ່າການກະຊວງຍຸຕິທຳອານເຊຣີ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫງວຽນ​ເຕີນ ແລະ ທ່ານ  ຮອງ​ເລ​
ຂາ​ທິ​ການ​ໃຫຍ່ ສ​ປ​ຊ Hervé Ladsous


(vovworld) – ​ ຕອນ​ບ່າຍ​ວັນ​ທີ 10/6, ທີ່​ສຳ​ນັກ​ງານ​ລັດ​ຖະ​ບານ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫງວຽນ​ເຕີນ​ຢູ້ງ ໄດ້​ໃຫ້​ການ​ຕ້ອນ​ຮັບ​ທ່ານ Hervé Ladsous, ຮອງ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ ຮັບ​ຜິດ​ຊອບ​ການ​ເຄື່ອນ​ໄຫວ​ຮັກ​ສາ​ສັນ​ຕິ​ພາບ​ພວມ​ມີ​ການ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່ ຫວຽດ​ນາມ. ທີ່​ການ​ຕ້ອນ​ຮັບ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີ​ນ​ຢູ້ງ ໃຫ້​ຮູ້​ວ່າ: ​ໂດຍແມ່ນ​ສະ​ມາ​ຊິກ​ຂອງ ສ​ປ​ຊ, ຫວຽດ​ນາມ ຮັບ​ຮູ້​ຄວາມ​ຮັບ​ຜິດ​ຊອບ ແລະ ປະ​ຕິ​ບັດ​ຄວາມ​ຮັບ​ຜິດ​ຊອບ​ເຂົ້າ​ຮ່ວມ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ​ຂອງ​ ສ​ປ​ຊ ຢ່າງ​ເຂັ້ມ​ງວດ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ປາດ​ຖະ​ຫນາ​ວ່າ: ສ​ປ​ຊ ສືບ​ຕໍ່​ສະ​ໜັບ​ສະ​ໜູນ ແລະ ໜູນ​ຊ່ວຍ ຫວຽດ​ນາມ ເຂົ້າ​ຮ່ວມ​ເຂົ້າ​ໃນ​ການ​ເຄື່ອນ​ໄຫວ​ຮັກ​ສາ​ສັນ​ຕິ​ພາບ​ຂ​ອງ ສ​ປ​ຊ​ ຢ່າງ​ມີ​ປະ​ສິດ​ທິ​ຜົນ​ກ່​ວາອີກ.

        ແລະ ກໍ່​ໃນ​ຕອນ​ບ່າຍ​ວັນ​ທີ 10/6, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ​ໄດ້​ໃຫ້​ການ​ຕ້ອນ​ຮັບ​ທ່ານ Tayed Loud, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ຍຸ​ຕິ​ທຳ ອານ​ເຊ​ຣີ ​ທີ່ພວມ​ຢູ່​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ກັບ​ກະ​ຊວງ​ຍຸ​ຕິ​ທຳ ຫວຽດ​ນາມ. ນະ​ທີ່ນີ້, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ ຢັ້ງ​ຢືນ​ວ່າ: ຜົນ​ສຳ​ເລັດໃນການຢ​້ຽມ​ຢາມ ອານ​ເຊ​ຣີ ​ມານີ້​ຂອງ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດ​ນາມ ຫວ່າງ​ແລ້ວນີ້ ໄດ້​ປະ​ກອບ​ສ່ວນ​ນຳ​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ, ການ​ຮ່ວມ​ມືຫຼາຍ​ດ້ານ​ລະ​ຫວ່າງ 2 ປະ​ເທດ​ຂຶ້ນ​ສູ່​ລະ​ດັບ​ພັດ​ທະ​ນາ​ໃໝ່. ຫວຽດ​ນາມ​ ຈະ​ມາ​ນະ​ພະ​ຍາ​ຍາມ​ເຮັດ​ຈົດ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ​ພ້ອມ​ກັບ ອານ​ເຊ​ຣີ ຜັນ​ຂະ​ຫຍາຍ​ບັນ​ດາ​ຂໍ້​ຕົກ​ລົງ​ທີ່​ບັນ​ລຸ​ໄດ້, ພິ​ເສດ​​ແມ່ນໃນ​ບັນ​ດາ​ຂົງ​ເຂດ: ເສດ​ຖະ​ກິດ, ການ​ຄ້າ, ການ​ລົງ​ທຶນ, ​ການຮ່ວມ​ມື​ດ້ານ​ກະ​ສິ​ກຳ, ກໍ່​ສ້າງ​ເຮືອນ​ຢູ່, ວັດ​ທະ​ນະ​ທຳ ແລະ ພິ​ເສດ​ແມ່ນ​ນ້ຳ​ມັນ​ອາຍ​ແກ​ສ.

        ກ່ອນ​ໜ້າ​ນັ້ນ, ທີ່​ສຳ​ນັກ​ງານ​ກະ​ຊວງ​ຍຸ​ຕິ​ທຳ ຫວຽດ​ນາມ, ໄດ້ດຳ​ເນີນ​ກາ​ນ​ເຈ​ລະ​ຈາ​ລະ​ຫວ່າງ​ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ຍຸ​ຕິ​ທຳ ຫວຽດ​ນາມ ຮ່າ​ຮ​ູ່ງ​ເກື່ອງ ແລະ ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ຍຸ​ຕິ​ທຳ ອານ​ເຊ​ຣີ Tayed Loud.

        ພາຍຫຼັງ​ການ​ເຈ​ລະ​ຈາ, 2 ຝ່າຍ​ໄດ້​ດຳ​ເນີນ​ພິ​ທີ​ເຊັນ​ບົດ​ບັນ​ທຶກ​ຊ່ວຍ​ຈຳ ​ລະ​ຫວ່າງກະ​ຊວງ​ຍຸ​ຕິ​ທຳ ສ​ສ. ຫວຽດ​ນາມ ແລະ ກະ​ຊວງ​ຍຸ​ຕິ​ທຳ ສ. ອານ​ເຊ​ຣີ ປ​ະ​ຊາ​ທິ​ປະ​ໄຕ ແລະ ປະ​ຊາ​ຊົນ​ໄລ​ຍະ 2016 – 2017.


ຂ່າວ/ບົດ​ອື່ນ