ນາຍົກລັດຖະມົນຕີຫງວຽນເຕີ໋ນຢຸງເຂົ້າຮ່ວມກອງປະຊຸມຂັ້ນສູງອາຊຽນຄັ້ງທີ27

ນາຍົກລັດຖະມົນຕີຫງວຽນເຕີ໋ນຢຸງເຂົ້າຮ່ວມກອງປະຊຸມຂັ້ນສູງອາຊຽນຄັ້ງທີ27 - ảnh 1
ທ່ານ​ນາຍົກ​ລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີ໋ນຢຸງ
(ພາບ: VGP)

(vovworld) ​ ​ ​ ​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ນາຍົກລັດຖະມົນຕີ ມາ​ເລ​ເຊຍ Najib Tun Abdul Razak, ວັນ​ທີ 20/11, ທ່ານ​ນາຍົກ​ລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີ໋ນຢຸງ ນຳ​ໜ້າ​ຄະນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດນາມ ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ຂັ້ນ​ສູງ ອາ​ຊຽນ ຄັ້ງ​ທີ 27 ​ແລະ ບັນດາ​ກອງ​ປະຊຸມ​ຂັ້ນ​ສູງ​ທີ່​ກ່ຽວຂ້ອງ, ​​ເຊິ່ງຈັດ​ຕັ້ງ​ຢູ່​ນະຄອນຫລວງ ກົວ​ລາ​ລຳ​ເປີ ຂອງ ມາ​ເລ​ເຊຍ.

        ຄະນະ​ຜູ້​ແທນ ຫວຽດນາມ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຂັ້ນ​ສູງ​ຄັ້ງ​ນີ້ ​ເພື່ອ​ແນ​ໃສ່​ສືບ​ຕໍ່​ປະຕິບັດ​ທິດ​ທາງ​ການ​ພົວພັນ​ຕ່າງປະ​ເທດ​ເປັນ​ເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ​ເພື່ອ​ສັນຕິພາບ, ການຮ່ວມ​ມື, ພັດທະນາ, ຫັນ​ເປັນ​ຫລາຍ​ຝ່າຍ, ​ຫລາຍ​ຮູບ​ຫລາຍ​ແບບກັບ​ສາກົນ, ​ເປັນ​ເຈົ້າ​ການ ​ແລະ ຕັ້ງ​ໜ້າ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ, ປະກອບສ່ວນ​ຊຸກຍູ້ ອາ​ຊຽນ ຮ່ວມ​ສຳພັນ​ຢ່າ​ງ​ແໜ້ນ​ແຟ້ນ ​ແລະ ມີ​ປະສິດທິ​ຜົນກ່ວາ​ອີກ, ພ້ອມ​ທັງ ປັບປຸງ ​ແລະ ​ເພີ່ມ​ທະວີ​ຄວາມ​ສາມັກຄີ, ​ເປັນ​ເອກະ​ພາບ ກໍ​ຄື​ບົດ​ບາດ​ສຳຄັນ​ຂອງ ອາ​ຊຽນ ​ໃນ​ການ​ຮັບປະກັນ​ສັນຕິພາບ, ຄວາມ​ສະຫງົບ, ການ​ຮ່ວມ​ມື ​ແລ​ະ ພັດທະນາ​ຢູ່​ພາກ​ພື້ນ.

       

 

ຂ່າວ/ບົດ​ອື່ນ