ນາຍົກລັດຖະມົນຕີຫງວຽນເຕີ໋ນຢຸງເຂົ້າຮ່ວມກອງປະຊຸມຜັນຂະຫຍາຍໜ້າທີ່2016ຂະແໜງການຄົມມະນາຄົມຂົນສົ່ງ

ນາຍົກລັດຖະມົນຕີຫງວຽນເຕີ໋ນຢຸງເຂົ້າຮ່ວມກອງປະຊຸມຜັນຂະຫຍາຍໜ້າທີ່2016ຂະແໜງການຄົມມະນາຄົມຂົນສົ່ງ - ảnh 1
(ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢຸງ
ກ່າວ​ຄຳ​ເຫັນ​ຊີ້​ນຳ​ກອງ​ປະຊຸມ)

(vovworld) – ​ ຕອນ​ບ່າຍ​ວັນ​ທີ 04/01, ຢູ່​ຮ່າ​ໂນ້ຍ, ກະຊວງ​ຄົມມະນາຄົມ​ຂົນ​ສົ່ງ​ຈັດ​ຕັ້ງ​ກອງ​ປະຊຸມ​​ໂດຍ​ກົງທາງ​ເຄືອ​ຂ່າຍ​ອິນ​ເຕີ​ແນັດ​ຜັນ​ຂະຫຍາຍ​ໜ້າ​ທີ່​ປີ 2016. ກ່າວ​ຄຳ​ເຫັນ​ຊີ້​ນຳ​ກອງ​ປະຊຸມ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢຸງ ສະ​ເໜີ​ກະຊວງ​ຄົມມະນາຄົມ​ຂົນ​ສົ່ງ, ຂະ​ແໜງ​ການ​ຄົມມະນາຄົມ​ຂົນ​ສົ່ງ​ຕ້ອງ​ສືບ​ຕໍ່​ຍົກ​ສູງຄວາມ​ສາມາດ, ຜົນ​ສັກສິດ, ປະສິດທິ​ຜົນ​ການ​ຄຸ້ມ​ຄອງ​ແຫ່ງ​ລັດ​ຂອງ​ຂະ​ແໜງ ​ເພາະວ່າ ນີ້​ແມ່ນປັດ​ໃຈ​ສຳຄັນ, ​ໃນ​ນັ້ນ ກ່ອນ​ອື່ນ​ໝົດ​ຄວນ​ສຸມ​ໃສ່​ເຂົ້າ​​ໃນ​ຂອດສຳຄັນນັ້ນ ​ແມ່ນ​ສຸມ​ໃສ່​ສຳ​ເລັດລະບອບ​ນະ​ໂຍບາຍ, ກົນ​ໄກ, ນະ​ໂຍບາຍ, ກົດໝາຍ ​ເພື່ອ​​ໃຫ້ການເຄື່ອນ​ໄຫວຄົມມະນາຄົ​ມຂົນ​ສົ່ງ, ​ເຊື່ອມ​ໂຍງ​ເຂົ້າ​ກັບ​ພາກ​ພື້ນ ​ແລະ ສາກົນ​ໃຫ້​ດີ​ກ່ວາ, ມີ​ປະສິດທິ​ຜົນ​ກ່ວາ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢຸງ ​ໃສ່​ໃຈ​ວ່າ ຂະ​ແໜງ​ການ​ຄວນ​ສືບ​ຕໍ່​ຍູ້​ແຮງ​ການ​ສ້າງ​ໂຄງ​ປະກອບ​ລັດ​ວິ​ສາ​ຫະກິດຄືນ​ໃໝ່, ບັນດາ​ຫົວໜ່ວຍວິຊາ​ການ​ຄືນ​ໃໝ່  ​ທີ່ຂຶ້ນ​ກັບຂອບ​ຂະໜາດ​ຄຸ້ມ​ຄອງ​ຂອງ​ຂະ​ແໜງ, ສຸມ​ໃສ່​ເຂົ້າ​ການ​ຫັນ​ເປັນ​ຫຸ້ນ​ສ່ວນ ​ແລະ ຍົກ​ສູງ​ການ​ຜະລິດ​ດຳ​ເນີນ​ທຸລະ​ກິດ​ໃຫ້​ມີ​ປະສິດທິ​ຜົນ; ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ​ພັດທະນາພາຍຫລັງ​​ຫັນ​ເປັນ​ຫຸ້ນ​ສ່ວນ, ຮັບປະກັນການ​ດູ​ແລ​ຊີວິດການ​ເປັນ​ຢູ່ວຽກ​ເຮັດ​ງານ​ທຳ, ​ເພີ່ມ​ລາຍ​ຮັບ​ໃຫ້​ຜູ້​ອອກ​ແຮງ​ງານ.

ຂ່າວ/ບົດ​ອື່ນ