ນາຍົກລັດຖະມົນຕີຫງວຽນເຕີນຢູ້ງເຂົ້າຮ່ວມພິທີເລີ່ມລົງມືກໍ່ສ້າງຫຼາຍໂຄງການສຳຄັນຢູ່ແຂວງກຽນຢາງ

ນາຍົກລັດຖະມົນຕີຫງວຽນເຕີນຢູ້ງເຂົ້າຮ່ວມພິທີເລີ່ມລົງມືກໍ່ສ້າງຫຼາຍໂຄງການສຳຄັນຢູ່ແຂວງກຽນຢາງ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນຢູ້ງ  ໄດ້​ເຂົ້າ​ຮ່ວມ ແລະ ອອກ​ຄຳ​
ສັ່ງ​ເລີ່ມ​ລົງ​ມືກໍ່​ສ​້າງໂຮງ​ຮຽນ ມັດ​ທະ​ຍົມ​ ຫວໍ​ວັນ​ກຽດ
(ພາບ: vovgiaothong.vn)

(vovworld) – ​ ​​​​ຕອ​ນ​ເຊົ້າ​ວັນ​ທີ 28/4, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ ແຂວງ ກຽນ​ຢາງ ໄດ້​ຈັດ​ຕັ້ງ​ພິ​ທີ​ວາງ​ສີ​ລາ​ລຶກ​ເພື່ອ​ດຳ​ເນີນ​ການກໍ່​ສ້າງ 3 ​ໂຄງ​ການ​ຈຸດ​ສຸມ​ໃນ​ແຂວງ ນັ້ນ​ແມ່ນ: ໂຮງ​ໝໍຫຼາຍ​ຂະ​ແໜງໃໝ່​ແຂວງ ກຽນ​ຢາງ, ໂຮງ​ຮຽນ ມັດ​ທະ​ຍົມ​ ຫວໍ​ວັນ​ກຽດ ແລະ ເຂດ​ຕົວ​ເມືອງ ໄຕ​ແຣກ​ຢ໋າ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນຢູ້ງ  ໄດ້​ເຂົ້າ​ຮ່ວມ ແລະ ອອກ​ຄຳ​ສັ່ງ​ເລີ່ມ​ລົງ​ມືກໍ່​ສ​້າງ​ບັນ​ດາ​ກິດ​ຈະ​ກຳ​ນີ້.

        ໂຮງ​ໝໍຫຼາຍ​ຂະ​ແໜງ​ໃໝ່​ແຂວງ ກຽນ​ຢາງ ມີ​ຍອດ​ເງິນ​ລົງ​ທຶນ​ເກືອບ 3.000 ຕື້​ດົ່ງ, ຄາດ​ວ່າ​ຈະ​ໄດ້​ຮັບ​ການກໍ່​ສ້າງ​ສຳ​ເລັດ​ໃນ​ປີ 2018. ກໍ່​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ກຽນ​ຢາງ ກໍ່​ໄດ້​ເລີ່ມ​ລົງ​ມືກໍ່​ສ້າງ​ໂຮງ​ຮຽນ ມັດ​ທະ​ຍົມ​ ຫວໍ​ວັນ​ກຽດ. ນີ້​ແມ່ນ​ໂຄງ​ການ​ໄດ້​ຮັບ​ການ​ອຸ​ປະ​ຖຳ​ຈາກ​ແຫຼ່ງ​ທຶນ​ຂົນ​ຂວາຍ​ຈາກ​ສັງ​ຄົມ ທີ່ມ​ີ​ມູນ​ຄ່າ​ກ່​ວາ 100 ຕື້​ດົ່ງ. ສະ​ເພາະ​ເຂດ​ຕົວ​ເມືອງ​ໃໝ່​ ໄຕແຣກ​ຢ໋າ ໄດ້​ຮັບ​ການກໍ່​ສ້າງ​ໃນ​ເນື້ອ​ທີ່​ດິນ​ເກືອບ 100 ha. ໂຄງ​ການ​ໄດ້​ຮັບ​ການ​ລົງ​ທຶນ​ດ້ວຍ​ແຫຼງ​ເງິນນອກ​ງົບ​ປະ​ມານ​ລວມ​ມູນ​ຄ່າ​ກ່​ວາ 1.300 ຕື້​ດົ່ງ. ໂຄງ​ການ​ເພື່ອ​ແນ​ໃສ່​ເຊື່ອມ​ຕໍ່​ກັບ​ລະ​ບົບ​ພື້ນ​ຖານ​ໂຄງ​ລ່າງ​ເຕັກ​ນິກ​ລວມ​ຂອງ​ນະ​ຄອນ ແຣກ​ຢ໋າ.


ຂ່າວ/ບົດ​ອື່ນ