ນາຍົກລັດຖະມົນຕີຫງວຽນເຕີນຢຸງເຄື່ອນໄຫວຢ້ຽມຢາມາເລເຊຍ
(ທ່ານນາຍົກລັດຖະມົນຕີຫງວຽນເຕີນຢຸງ
ເລີ່ມຕົ້ນບັນດາການເຄື່ອນໄຫວຢ້ຽມຢາມາເລເຊຍ)
(vovworld) - ຕອນເຊົ້າວັນທີ 07/08, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງລັດຖະບານຫວຽດນາມ ໄດ້ໄປເຖິງ ກົວລາລຳເປີ, ປະເທດມາເລເຊຍ, ເລີ່ມຕົ້ນການຢ້ຽມຢາມມາເລເຊຍ ຢ່າງເປັນທາງການ ເປັນເວລາ 2 ວັນ, ຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີມາເລເຊຍ Najip Razak. ພາຍຫຼັງພິທີຕ້ອນຮັບຢ່າງເປັນທາງການ ຊຶ່ງດຳເນີນໄປຢູ່ສຳນັກງານນາຍົກລັດຖະມົນຕີມາເລເຊຍ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ພ້ອມກັບທ່ານນາຍົກລັດຖະມົນຕີ Najip Razak ດຳເນີນການເຈລະຈາ, ພ້ອມກັນແລກປ່ຽນການກຳນົດທິດທີ່ໃຫຍ່ຫຼວງຢ່າງເລິກເຊິ່ງ, ກວ້າງແຂວງ ແລະ ບັນດາມາດຕະການລະອຽດເພື່ອຮັດແໜ້ນການພົວພັນມິດຕະພາບລະຫວ່າງຫວຽດນາມ - ມາເລເຊຍ ແລະ ຍູ້ແຮງການຮ່ວມມືລະຫວ່າງ 2 ປະເທດຕາມທິດຮອບດ້ານ, ແທດຈິງກວ່າ. ທ່ານນາຍົກລັດຖະມົນຕີຫງວຽນເຕີ້ນຢຸງ ເນັ້ນໜັກທີ່ການປະຊຸມຂ່າວພາຍຫຼັງການເຈລະຈາວ່າ :
“ທ່ານນາຍົກລັດຖະມົນຕີທັງ 2 ໄດ້ຕົກລົງຍົກລະດັບການພົວພັນຮ່ວມມືຮອບດ້ານຫວຽດນາມ-ມາເລເຊຍກາຍເປັນການພົວພັນຄູ່ຮ່ວມມືຍຸດທະສາດ. ພວກຂ້າພະເຈົ້າເຊື່ອໝັ້ນວ່າ ການຜັນຂະຫຍາຍການພົວພັນ ຄູ່ຮ່ວມມືຍຸດທະສາດຫວຽດນາມ-ມາເລເຊຍ ຈະປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ປະຊາຄົມອາຊຽນ, ຮັກສາສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາໃນພາກພື້ນ ແລະ ໃນໂລກ”
ສິ້ນສຸດການເຈລະຈາ , ທ່ານນາຍົກລັດຖະມົນຕີຫງວຽນເຕີ້ນຢຸງ ພ້ອມກັບທ່ານນາຍົກລັດຖະມົນຕີມາເລເຊຍ Razak ໄດ້ລົງນາມໃນຖະແຫຼງການຮ່ວມກ່ຽວກັບຂອບເຂດການພົວພັນ ຄູ່ຮ່ວມມືຍຸດທະສາດຫວຽດນາມ-ມາເລເຊຍ. ທ່ານນາຍົກລັດຖະມົນຕີທັງ 2 ຍັງເປັນສັກຂີພິຍານພິທີລົງນາມໃນເອກະສານຮ່ວມມືບາງສະບັບລະຫວ່າງ 2 ປະເທດ.