ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນເຕິ້ນຢຸ້ງ
ແລະ ທ່ານລັດຖະມົນຕີການ ຕ່າງປະເທດ ຈີນ ຫວາງອີ
(ພາບ: baochinhphudientu)
|
Vovworld- ຕອນບ່າຍ ວັນທີ 5/8, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນເຕິ້ນຢຸ້ງ ໄດ້ໃຫ້ການ ຕ້ອນຮັບ ລັດຖະມົນຕີການ ຕ່າງປະເທດ ຈີນ ຫວາງອີ ຊຶ່ງພວມຢ້ຽມຢາມຫວຽດນາມ. ທີ່ການຕ້ອນຮັບ, ທ່ານນາຍົກ ລັດຖະມົນຕີຫວຽດນາມ ຫງວຽນເຕິ້ນຢຸ້ງ ຢືນຢັນວ່າ ຫວຽດນາມຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອພ້ອມກັບຈີນຊຸກຍູ້ການພົວພັນຮ່ວມມື, ຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ-ຈີນ ໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນເຕິ້ນຢຸ້ງ ສະເໜີ 2 ຝ່າຍຈົ່ງຕັ້ງໜ້າຫັນບັນດາສັນຍາຊຶ່ງການນຳຂັ້ນສູງ 2 ປະເທດໄດ້ເປັນເອກະພາບກັນເປັນລະອຽດ, ຊຸກຍູ້ການແລກປ່ຽນມິດຕະພາບ ແລະ ການຮ່ວມມືຮອບດ້ານ, ຍູ້ແຮງການຮ່ວມມືເສດຖະກິດ, ການຄ້າ ແລະ ການລົງທຶນ ກໍຄືຊຸກຍູ້ບັນດາຂົງເຂດທີ່ 2 ຝ່າຍຍັງມີຄວາມສາມາດບົ່ມຊ້ອນກ່ຽວກັບການກໍ່ສ້າງພື້ນຖານໂຄງລ່າງ, ບັນດາໂຄງການເຊື່ອມຕໍ່ທາງຄົມມະນາຄົມລະຫວ່າງ 2 ປະເທດ....ເມື່ອເຕື້ອງເຖິງ ບັນຫາທະເລຕາເວັນອອກ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນເຕິ້ນຢຸ້ງສະເໜີ 2 ຝ່າຍຈົ່ງແກ້ໄຂທຸກຄວາມບໍ່ລົງລອຍກັນໂດຍຜ່ານການເຈລະຈາສັນຕິພາບ, ມິດຕະພາບ, ບົນຈິດໃຈສ້າງສັນ, ບໍ່ປະໃຫ້ບັນຫານີ້ສົ່ງຜົນສະທ້ອນເຖິງການພົວພັນລະຫວ່າງ 2 ປະເທດ ກໍຄືສັນຕິພາບ ແລະ ສະຖຽນລະພາບຢູ່ທະເລຕາເວັນອອກ . ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນເຕິ້ນຢຸ້ງຖືວ່າ 2 ຝ່າຍຄວນແກ້ໄຂການພິດພາດທາງທະເລໂດຍສັນຕິວິທີ; ເຄົາລົບກົດໝາຍສາກົນ ໃນນັ້ນມີສົນທິສັນຍາຂອງສະຫະປະຊາຊາດ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS), ປະຕິບັດຖະແຫຼງການຮ່ວມກ່ຽວກັບການປະພຶດຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ (DOC) ແລະ ກ້າວໄປເຖິງການບັນລຸປະມວນຂໍ້ກຳນົດການປະພຶດຂອງຝ່າຍຕ່າງຢູ່ທະເລຕາເວັນອອກ (COC) .
ສ່ວນທ່ານ ລັດຖະມົນຕີການຕ່າງປະເທດ ຈີນ ຫວາງອີ ຢືນຢັນວ່າ ຈະຊຸກຍູ້ການຮ່ວມມືລະຫວ່າງ 2 ປະເທດ, ເປັນຕົ້ນແມ່ນໃນບັນດາຂົງເຂດທີ່ 2 ຝ່າຍມີທ່າແຮງກ່ຽວກັບເສດຖະກິດ, ການຄ້າ, ການລົງທຶນ........