ນາຍົກລັດຖະມົນຕີອັງກິດປາດຖະໜາພົນລະເມືອງອີຢູສືບຕໍ່ອາໄສຢູ່ອັງກິດພາຍຫຼັງ Brexit
(VOVWORLD) -ວັນທີ 26 ມິຖຸນາ, ທ່ານນາງນາຍົກລັດຖະມົນຕີອັງກິດ Theresa May ຢືນຢັນຢາກຢຸດຕິຄວາມວິຕົກກັງວົນຂອງບັນດາພົນລະເມືອງໃນສະຫະພາບເອີລົບ (ອີຢູ), ທີ່ພວມດຳລົງຊີວິດຖືກຕາມກົດໝາຍຢູ່ປະເທດນີ້ກ່ຽວກັບອະນາຄົດຂອງເຂົາເຈົ້າພາຍຫຼັງອັງກິດ ຖອນອອກຈາກອີຢູ ຫຼືເອີ້ນວ່າ Brexit ແລະ ໃຫ້ຄຳໝັ້ນສັນຍາຈະປົກປ້ອງສິດຜົນປະໂຫຍດຂອງເຂົາເຈົ້າ.
ທ່ານນາງນາຍົກລັດຖະມົນຕີອັງກິດ Theresa May
(ພາບ: EPA/TTXVN)
|
ກ່າວຄຳເຫັນຕໍ່ໜ້າສະພາແຫ່ງຊາດອັງກິດ ກ່ຽວກັບບັນຫາພົນລະເມືອງອີຢູ ພວມດຳລົງຊີວິດຢູ່ອັງກິດ, ທ່ານນາງ Theresa May ຊີ້ແຈ້ງວ່າ: ບໍ່ມີພົນລະເມືອງອີຢູ ບໍ່ວ່າຜູ້ໃດພວມດຳລົງຊີວິດຖືກຕາມກົດໝາຍຢູ່ອັງກິດ ຖືກຮຽກຮ້ອງອອກຈາກອັງກິດ ໃນຈຸດເວລາອັງກິດ ຖອນອອກຈາກອີຢູ. ພວກຂ້າພະເຈົ້າຢາກໃຫ້ເຂົາເຈົ້າສືບຕໍ່ດຳລົງຊີວິດຢູ່ອັງກິດ. ຕາມແຜນການ, ທ່ານນາງ Theresa May ຈະສະເໜີບັນດາຫຼັກການພື້ນຖານຂອງແຜນການກ່ຽວຂ້ອງເຖິງພົນລະເມືອງອີຢູ ອາໄສຢູ່ອັງກິດ ຕໍ່ບັນດາການນຳເອີລົບ ທີ່ກອງປະຊຸມສຸດຍອດເຊິ່ງຄາດວ່າຈະດຳເນີນຢູ່ ບຣຸກແຊນ ໃນທ້າຍອາທິດນີ້.