ນາຍົກລັດຖະມົນຕີອອກຄຳສັ່ງຊີ້ນຳຍູ້ແຮງການກໍ່ສ້າງຊົນນະບົດໃໝ່
(ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ)
(vovworld) - ທ່ານນາຍົກລັດຖະມົນຕີຫາກໍ່ອອກຄຳສັ່ງຊີ້ນຳຍູ້ແຮງການປະຕິບັດໂຄງການຈຸດໝາຍແຫ່ງຊາດກ່ຽວກັບການກໍ່ສ້າງຊົນນະບົດໃໝ່ໄລຍະ 2016 – 2020 ຢ່າງມີປະສິດທິຜົນ, ໝັ້ນຄົງຍາວນານ. ເພື່ອເພີ່ມທະວີຜົນສັກສິດ, ປະສິດທິຜົນ, ໝັ້ນຄົງຍາວນານກ່ຽວກັບໂຄງການກໍ່ສ້າງຊົນນະບົດໃໝ່, ທ່ານນາຍົກລັດຖະມົນຕີສະເໜີໃຫ້ບັນດາກະຊວງ, ຂະແໜງການ, ຄະນະກຳມະການປະຊາຊົນບັນດາແຂວງ, ນະຄອນຂຶ້ນກັບສູນກາງ ຮີບເຮັ່ງສຸມໃສ່ຊີ້ນຳການຍົກສູງຄວາມຮັບຮູ້ກ່ຽວກັບບົດບາດ, ຄວາມຮັບຜິດຊອບຂອງຄະນະພັກ, ອຳນາດການປົກຄອງທຸກຂັ້ນ ແລະ ທັງລະບົບການເມືອງໃນການກໍ່ສ້າງຊົນນະບົດໃໝ່. ພ້ອມທັງກວດກາຄືນບັນດາກົນໄກ, ນະໂຍບາຍເພື່ອປະຕິບັດໂຄງການຢ່າງມີປະສິດທິຜົນ.