ນາຍົກລັດຖະມົນຕີເຂົ້າຮ່ວມພິທີສະເຫຼີມສະຫຼອງ 10 ແຫ່ງວັນສ້າງຕັ້ງຄະນະຊີ້ນຳເຂດໄຕຫງວຽນ

ນາຍົກລັດຖະມົນຕີເຂົ້າຮ່ວມພິທີສະເຫຼີມສະຫຼອງ 10 ແຫ່ງວັນສ້າງຕັ້ງຄະນະຊີ້ນຳເຂດໄຕຫງວຽນ - ảnh 1
ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ກ່າວ​ປາ​ໄສ​ທີ່​ພິທີ
( ພາບ: baomoi.com )

(vovworld) – ​ ​ຕອນ​ເຊົ້າ​ວັນ​ທີ 17/7, ຢູ່​ຄະ​ຄອນ​ບວນ​ເມ​ທວດ, ​ແຂວງ​ດັກ​ຫຼັກ, ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ​ໄດ້​ເຂົ້າ​ຮວ່ມ ​ແລະ ກ່າວ​ປາ​ໄສ​ທີ່​ພິທີສະ​ເຫຼີມສະຫຼອງ 10 ​ແຫ່ງ​ວັນ​ສ້າງ​ຕັ້ງ​ຄະນະ​ຊີ້​ນຳ​ເຂດ​​ໄຕ​ຫງວຽນແລະ ຍ້ອງຍໍ​ສ່ວນ​ບຸກຄົນ​ຊົນ​ເຜົ່າ​ສ່ວນ​ໜ້ອຍທີ່​ດີ​ເດັ່ນ​ ​ແລະ ຜູ້​ມີ​ຄູນ​ງາມ​ຄວາມ​ດີ​ເກືອບ 180 ຄົນ. ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ​ໄດ້​ຍ້ອງຍໍ​ບັນດາ​ຜົນງານ​ທີ່​ໃຫຍ່​ຫຼວງ​ເຊິ່ງທະຫານ ​ແລະ ປະຊາຊົນ​ບັນດາ​ແຂວງ​ເຂດ​ໄຕ​ຫງວຽນ ບັນລຸ​ໄດ້​ໃນ 10 ປີ​ທີ່​ຜ່ານ​ມາ ​ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ​ຮຽກຮ້ອງ​ໃຫ້​ຄະນະ​ຊີ້​ນຳ​ເຂດ​ໄຕ​ຫງວຽນ, ບັນດາ​ກະຊວງ, ຂະ​ແໜງ​ການ​ກ່ຽວ​ຂ້ອງ ​ແລະ ຄະນະ​ພັກ​ທຸກ​ຂັ້ນ, ອຳນາດ​ການ​ປົກ​ຄອງ​ຢູ່ເຂດ​ໄຕ​ຫງວຽນ ສຸມ​ໃສ່​ແກ້​ໄຂ​ບັນດາ​ຄວາມ​ຫຍຸ້ງຍາກ, ​ເພື່ອ​ແນ​ໃສ່​ພັດທະນາ​ເຂດ​ໄຕ​ຫງວຽນ ​ຢ່າງ​ໝັ້ນຄົງ.

“ຖື​ໜ້າ​ທີ່​ພັດທະນາ​ເສດຖະກິດ​ສັງຄົມ, ຍົກ​ສູງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ຊົນ​ເຜົ່າ​​ ​ແມ່ນ​ບຸລິມະສິດ​ອັນ​ດັບ​ໜຶ່ງ. ປະຕິບັດ​​​ການ​ກວດກາ,​ ​ເລັ່ງລັດ, ຍົກ​ສູງ​ບົດບາດ​ຕິດຕາມ​ກວດກາບັນດາ​ກະຊວງ​ຂະ​ແໜງ​ການ, ທ້ອງ​ຖິ່ນ​ໃນ​ການປະຕິບັດ​ບັນດາ​ໜ້າ​ທີ່​ ທີ່​ໄດ້​ມອບ​ໝາຍ​​​ໃຫ້ເປັນ​ຢ່າງ​ດີ. ພ້​ອມກັນ​ນັ້ນ, ​ເປັນ​ເຂົ້າ​ການ​ຕິດຕາ​ມບັນດາ​ການ​ຜັນ​ແປ່​ຂອງ​ສະພາບ​ການ, ຄົ້ນ​ຄວ້າ, ສະ​ເໜີ​ຕໍ່​ພັກ ​ແລະ ລັດ ກົນ​ໄກ​, ນະ​ໂຍບາຍ​​ພິ​ເສດ​​ເພື່ອ​ເສີມ​ຂະຫຍາຍ​ຄວາມ​ສາມາດ​ບົມຊ້ອນ, ທ່າ​​ໄດ​້ປຽບກໍ​ຄື​ແກ້​ໄຂ​ບັນດາ​ຂໍ້​ຈຳກັດ, ຄວາມອ່ອນ​ດ້ອຍ​ໃນ​ບໍລິ​ເວັນ​​ແຂວງ. ​ຕັ້ງໜ້າເຂົ້າ​ຮ່ວມ, ສົມທົບ​ກັບ​ບັນດາ​ກຳລັງ, ບັນດາ​ອົງການ​ທີ່​ກ່ຽວຂ້ອງຂອງ​ສູນ​ກາງ ​ແລ​ະ ທ້ອງ​ຖິ່ນ ຕໍ່ສູ້​ສະກັດ​ກັ້ນ​ທຸກ​ກົນອຸບາຍ, ການ​ເຄື່ອນ​ໄຫວ​ຕ້ານ​ທຳລາຍ​ຂອງ​ບັນດາ​ອິດທິກຳລັງ​ທີ່​ເປັນປໍ​ລະ​ປັກ​. ”

ຂ່າວ/ບົດ​ອື່ນ