ນາຍົກລັດຖະມົນຕີເປັນປະທານການເຮັດວຽກກັບຄະນະກຳທະການສູນກາງແນວໂຮມປະເທດຊາດຫວຽດນາມ
(ກອງປະຊຸມປະຈຳປີລະຫວ່າງລັດຖະບານ ແລະ
ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ)
(vovworld) - ຕອນເຊົ້າວັນທີ 10/02, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ; ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຫງວຽນທ້ຽນເຍີນ ໄດ້ເປັນປະທານກອງປະຊຸມປະຈຳປີລະຫວ່າງລັດຖະບານ ແລະ ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ. ເຂົ້າຮ່ວມກອງປະຊຸມຍັງມີທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບິ່ງ; ທ່ານຮອງນາຍົກລັດຖະມົນຕີ ວູດຶກດາມ.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຫງວຽນທ້ຽນເຍີນ ສະເໜີວ່າ, ໃນໄລຍະຈະມາເຖິງ, 2 ອົງການສົມທົບກັນຜັນຂະຫຍາຍລາຍການທີ່ໄດ້ຮັບການລົງນາມແມ່ນຫຼຸດຜ່ອນຄວາມອຶດຫິວແບບຍືນຍົງ, ສ້າງຊົນນະບົດໃໝ່, ເຂດຕົວເມືອງສີວິໄລ; ສະເໜີໃຫ້ລັດຖະບານປະກາດໃຊ້ມາດຕະຖານໃນການກໍ່ສ້າງຊົນນະບົດໃໝ່ - ເຂດຕົວເມືອງສີວິໄລໂດຍໄວ…
ສະຫຼຸບກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕັກເຕືອນວ່າ, ຕ້ອງມີການປະສານສົມທົບຢ່າງແໜ້ນແຟ້ນກວ່າລະຫວ່າງ 2 ອົງການ. ທ່ານນາຍົກລັດຖະມົນຕີ ກໍເປັນເອກະພາບກັບແນວໂຮມປະເທດຊາດຫວຽດນາມ ປະຕິບັດວຽກງານສະຫຼຸບ 5 ປີແຫ່ງການປະຕິບັດກົດໝາຍວ່າດ້ວຍສະຫະກອນ, ຍົກອອກບັນດາກົນໄກປະຕິບັດເປັນຢ່າງດີກວ່າ; ເຫັນດີກັບຂໍ້ສະເໜີຂອງແນວໂຮມປະເທດຊາດຫວຽດນາມ ກ່ຽວກັບການປັບປຸງ, ເພີມເຕີມ, ປະກາດໃຊ້, ຍູ້ແຮງການປະຕິບັດບາງກົນໄກ, ຂໍ້ກຳນົດທີ່ກ່ຽວຂ້ອງເຖິງການເຄື່ອນໄຫວຂອງແນວໂຮມປະເທດຊາດ ແລະ ມອບໝາຍໃຫ້ບັນດາອົງການທີ່ກ່ຽວຂ້ອງປະຕິບັດ…