ນາຍົກລັດຖະມົນຕີໄທ ຈະຍຸບເລີກສະພາຕ່ຳພາຍຫຼັງກອງປະຊຸມສະໄໝສາມັນຄະນະລັດຖະບານໃນວັນທີ 14 ມີນາ

(VOVWORLD) -ທ່ານນາຍົກລັດຖະມົນຕີ ປຣຸດ ຈັນໂອຊາ ໃຫ້ຮູ້ວ່າ, ທ່ານຈະຍຸບເລີກສະພາຕ່ຳໃນກາງເດືອງ ມີນາ ເພື່ອເປີດຊ່ອງທາງຈັດການເລືອກຕັ້ງທົ່ວປະເທດໃນວັນທີ 07 ພຶດສະພາ
ນາຍົກລັດຖະມົນຕີໄທ ຈະຍຸບເລີກສະພາຕ່ຳພາຍຫຼັງກອງປະຊຸມສະໄໝສາມັນຄະນະລັດຖະບານໃນວັນທີ 14 ມີນາ - ảnh 1ທ່ານນາຍົກລັດຖະມົນຕີ ໄທ ປຣຸດ ຈັນໂອຊາ ແລະ ບັນດາສະມາຊິກຄະນະລັດຖະບານ
(ພາບ: TheNation)

        ເມື່ອຕອບສຳພາດຕໍ່ນັກຂ່າວພາຍຫຼັງກອງປະຊຸມສະໄໝສາມັນຄະນະລັດຖະບານໃນວັນທີ 07 ມີນາ, ຢູ່ນະຄອນຫຼວງ ບາງກອກ, ທ່ານນາຍົກລັດຖະມົນຕີ ໄທ ປຣຸດ ຈັນໂອຊາ ໃຫ້ຮູ້ວ່າ, ທ່ານອາດຈະຖະແຫຼງຍຸບເລີກສະພາຕ່ຳ ພາຍຫຼັງກອງປະຊຸມຂອງລັດຖະບານໃນວັນທີ 14 ມີນາ ຈະມາເຖິງ. ທ່ານນາຍົກລັດຖະມົນຕີ ປຣຸດ ຈັນໂອຊາ ໃຫ້ຮູ້ວ່າ, ທ່ານໄດ້ປຶກສາຫາລື ແລະ ໄດ້ຮັບຄວາມເຫັນດີເຫັນພ້ອມຈາກການນຳບັນດາພັກການເມືອງຮ່ວມໃນສຳພັນທະມິດກຳອຳນາດກ່ຽວກັບເລື່ອງຍຸບເລີກສະພາຕ່ຳ. ເຖິງຢ່າງໃດກໍ່ຕາມ, ທ່ານປະຕິເສດລາຍລະອຽດກ່ຽວກັບແຜນຍຸບເລີກສະພາຕ່ຳ.

        ກ່ອນໜ້ານັ້ນ, ທ່ານນາຍົກລັດຖະມົນຕີ ປຣຸດ ຈັນໂອຊາ ໃຫ້ຮູ້ວ່າ, ທ່ານຈະຍຸບເລີກສະພາຕ່ຳໃນກາງເດືອງ ມີນາ ເພື່ອເປີດຊ່ອງທາງຈັດການເລືອກຕັ້ງທົ່ວປະເທດໃນວັນທີ 07 ພຶດສະພາ, ຖືກຕາມແຜນການໂດຍຄະນະກຳມະການເລືອກຕັ້ງ ໄທ ຍົກອອກມາ.

ຕອບກັບ

ຂ່າວ/ບົດ​ອື່ນ