ນາຍົກລັດຖະມົນຕີໄທຢັ້ງຢືນກອງທັບຈະບໍ່ດຳເນີນການລັດຖະປະຫານ

ນາຍົກລັດຖະມົນຕີໄທຢັ້ງຢືນກອງທັບຈະບໍ່ດຳເນີນການລັດຖະປະຫານ - ảnh 1
ຜູ້ແຫ່ຂະບວນປະທ້ວງປະທະກັນກັບຕຳຫຼວດຕ້ານການຈາລະໂຈນບັງກອກ
(ພາບ: baobariavungtau.com)


(vovworld) – ວັນ​ທີ 7/1, ທ່ານນາງ​ນາ​ຍົກລັດຖະມົນຕີ​ຊົ່ວຄາວ ​ໄທ ຍິ່ງ​ລັກ ຊິນນະ​ວັດ ຢັ້ງຢືນ​ວ່າ: ກອງທັບ​ຈະ​ບໍ່​ດຳ​ເນີນ​ການ​ລັດຖະປະຫານ​ເພື່ອ​ຢຸດຕິ​ວິກິດ​ການ​ການ​ເມືອງ​ໃນ​ປະຈຸ​ບັນ​ຢູ່​ປະ​ເທດ​ນີ້. ທ່ານ​ນາງ ຍິ່ງ​ລັກ ຊິນນະ​ວັດ ຖື​ວ່າ: ບັນດາ​ຜູ້​ບັນຊາ​ການ​ກຳລັງ​ປະກອບ​ອາວຸດ​ໄດ້​ຖອດ​ຖອນ​ບົດຮຽນ​ຈາກ​ອະ​ດິດຕະການ ​ແລະ ​ເຂົາ​ເຈົ້າ​ຈະ​ຄິດ​ໄລ່​ເຖິງ​ບັນດາ​ຜົນຢ້ອນ​ຫຼັງ​ອັນ​ຍາວ​ນານ​ຂອງ​ການ​ລັດຖະປະຫານ. ທ່ານນາງ​ເນັ້ນ​ໜັກ​ວ່າ: ມາດ​ຕະການ​ດີ​ທີ່​ສຸດ​​ແມ່ນ​ຜ່ານການ​ເຈລະຈາ.

    ກ່ອນ​ໜ້າ​ນັ້ນ, ວັນ​ທີ 6/1, ຜູ້​ບັນຊາ​ການ​ທະຫານ​ບົກ ​ປຣະຢຸດ ຈັນ​ໂອ​ຈາ ຢັ້ງຢືນ​ວ່າ​ຈະ​ບໍ່​ໃຫ້​ເກີດ​ການ​ໃຊ້​ຄວາມ​ຮຸນ​ແຮງ​ໃນ​ບັ້ນ​ຮົບ “ຢືດຄອງ​ນະຄອນຫຼວງ” ​ເຊິ່ງຝ່າຍ​ຄ້ານ​ສ້າງ​ແຜນການ​ໃນ​ວັນ​ທີ 13/1 ຈະ​ມາ​ເຖິງ. ທ່ານ​ໃຫ້​ຮູ້​ວ່າ: ລັດຖະບານ​ຈະ​ຮັບຜິດຊອບ​ຖ້າ​ຫາກ​ການ​ໃຊ້​ຄວາມ​ຮຸນ​ແຮງ​ເກີດ​ຂຶ້ນ. ສ່ວນ​ທ່ານ​ນາງ ນາຍົກລັດຖະມົນຕີ ຍິ່ງ​ລັກ ຊິນນະ​ວັດ ​ເນັ້ນ​ໜັກ​ວ່າ: ລັດຖະບານ​ພະຍາຍາມ​ສະກັດ​ກັ້ນ​ການ​ປະ​ທະ​ກັນ​ໃນ​ບັ້ນ​ຮົບ​ຂອງ​ຝ່າຍ​ຄ້ານ ​ແລະ ບໍ່​ອະນຸຍາດ​ໃຫ້​ນຳ​ອາວຸດ​ເຂົ້າ​ເຂດ​ດຳ​ເນີນ​ການ​​ແຫ່​ຂະ​ບວນປະ​ທ້ວງ​ໃນ​ວັນ​ນີ້.

 

ຂ່າວ/ບົດ​ອື່ນ