ນາຍົກລັດຖະມົນຕີໄທຮຽກຮ້ອງການເຈລະຈາຢຸດຕິວິກິດການການເມືອງ
ທ່ານນາງນາຍົກລັດຖະມົນຕີ ໄທ ຍິງຣັກ ຊິນນະວັດ
(ພາບ: AFP/TTXVN)
(vovworld) – ທ່ານນາງນາຍົກລັດຖະມົນຕີ ໄທ ຍິງຣັກ ຊິນນະວັດ ຖະແຫຼງວ່າ: ລັດຖະບານກຽມພ້ອມເຈລະຈາກັບບັນດາຜູ້ແຫ່ຂະບວນປະທ້ວງເພື່ອແນໃສ່ຊອກຫາມາດຕະການສັນຕິພາບໃຫ້ແກ່ວິກິດການການເມືອງທີ່ພວມເກີດຂຶ້ນຢູ່ປະເທດນີ້. ໃນການຕອບສຳພາດຕໍ່ສື່ມວນຊົນໃນວັນທີ 27/11, ກ່ອນທີ່ເຂົ້າຮ່ວມການໂຕ້ວາທີບໍ່ໄວ້ວາງໃຈມື້ທີ 2 ຢູ່ສະພາຜູ້ແທນລາດຊະດອນ, ທ່ານນາງ ຍິງຣັກ ຊີ້ແຈ້ງວ່າ: “ລັດຖະບານ ໄທ ພວມສ້າງໂອກາດໃຫ້ແກ່ການເຈລະຈາ. ສິ່ງໃດທີ່ດີສຳລັບປະຊາຊົນສ່ວນຫຼາຍ, ພວກເຮົາກໍ່ພ້ອມແລ້ວທີ່ຈະຮ່ວມມື”. ທ່ານນາງຮຽກຮ້ອງໃຫ້ທຸກໆຝ່າຍພ້ອມກັນເຈລະຈາເພື່ອຢຸດຕິສະພາບຂາດສະຖຽນລະພາບທາງດ້ານການເມືອງ ເຊິ່ງຕາມທ່ານນາງແລ້ວແມ່ນສາຍເຫດກໍ່ຄວາມເສຍຫາຍເຖິງພື້ນຖານເສດຖະກິດໄທ. ທ່ານນາງນາຍົກລັດຖະມົນຕີ ຍິງຣັກ ໃຫ້ຮູ້ຕື່ມອີກວ່າ: ໂດຍບໍ່ຫົວຊາຕໍ່ການປະຕິບັດກົດໝາຍວ່າດ້ວຍຄວາມສະຫງົບພາຍໃນ (ISA) ຢູ່ທຸກໆເມືອງຂອງນະຄອນຫຼວງ ບັງກອກ ແລະ ບັນດາແຂວງໃກ້ຄຽງ, ລັດຖະບານ ໄທ ຍັງຄົງສະໜັບສະໜູນບັນດາມາດຕະການສັນຕິພາບ, ບໍ່ນຳໃຊ້ກຳລັງປະກອບອາວຸດຕ້ານຄືນຜູ້ແຫ່ຂະບວນປະທ້ວງທີ່ພວມປິດລ້ອມ ຫຼື ຄວບຄຸມບັນດາສຳນັກງານຂອງລັດ.