ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກເຈລະຈາກັບ ນາຍົກລັດຖະມົນຕີ ຈີນ ຫລີເຄີຊຽງ
|
(vovworld)- ຕອນບ່າຍວັນທີ 12/9, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ໄປຮອດ ປັກກີງ ເລີ່ມຕົ້ນບັນດາການເຄື່ອນໄຫວໃນຂອບເຂດການຢ້ຽມຢາມຈີນ ຢ່າງເປັນທາງການ. ທີ່ການເຈລະຈາກັບ ນາຍົກລັດຖະມົນຕີ ຈີນ ຫລີເຄີຊຽງ ພາຍຫລັງພິທີຕ້ອນຮັບຢ່າງເປັນທາງການ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເຫນີບັນດາທິດທາງ ແລະ ມາດຕະການໃຫຍ່ ເພື່ອນຳການພົວພັນລະຫວ່າງສອງພັກ, ສອງລັດໃຫ້ພັດທະນາຢ່າງບໍ່ຢຸດຢັ້ງໃນໄລຍະຈະມາເຖິງ.
ເມື່ອແລກປ່ຽນກ່ຽວກັບຂົງເຂດການຮ່ວມມືດ້ານເສດຖະກິດ ການຄ້າລະຫວ່າງສອງປະເທດປະຈຸບັນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນຫນັກວ່າ: ຫວຽດນາມ ແລະ ຈີນ ຄວນເພີ່ມທະວີການຊີ້ນຳບັນດາອົງການ, ວິສາຫະກິດ ຈົ່ງຕັ້ງຫນ້າໃນການແລກປ່ຽນ, ແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດເພື່ອຊຸກຍູ້ການພົວພັນດ້ານເສດຖະກິດ, ການຄ້າໃຫ້ພັດທະນາຢ່າງດຸ່ນດ່ຽງ,ຍືນຍົງ. ກ່ຽວກັບການຮ່ວມມືລົງທຶນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເຫນີ ຈີນເພີ່ມທະວີການລົງທຶນເຂົ້າຫວຽດນາມ, ເປັນຕົ້ນໃນບັນດາຂົງເຂດກະສິກຳ ເຕັກໂນໂລຊີສູງ, ການປະດິດສ້າງກົນຈັກ, ອຸດສາຫະກຳສຳຮອງ ແລະອື່ນໆ.
ກ່ຽວກັບບັນຫາທະເລຕາເວັນອອກ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນຫນັກເຖິງຫລັກໝັ້ນສະເຫມີຕົ້ນສະເຫມີປາຍ, ບໍ່ປ່ຽນແປງຂອງຫວຽດນາມ ນັ້ນແມ່ນ ຢຶດໝັ້ນການແກ້ໄຂຄວາມຂັດແຍ້ງກັນຢູ່ທະເລຕາເວັນອອກໂດຍສັນຕິວິທີ ສອດຄ່ອງກັບກົດໝາຍສາກົນ, ໃນນັ້ນ ມີສົນທິສັນຍາຂອງ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982, ເຄົາລົບວິວັດການທາງການທູດ ແລະ ນິຕິກຳ. ຕໍ່ຫນ້າບັນດາການຜັນແປຢ່າງສັບສົນຂອງສະພາບການຢູ່ທະເລໃນໄລຍະຜ່ານມາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເຫນີ: ສອງຝ່າຍເຄົາລົບຢ່າງເຂັ້ມງວດບັນດາຂໍ້ຕົກລົງ ແລະ ຄວາມຮັບຮູ້ລວມຂອງການນຳຂັ້ນສູງສອງປະເທດ, “ຂໍ້ຕົກລົງກ່ຽວກັບບັນດາຫລັກການພື້ນຖານຊີ້ນຳໃນການແກ້ໄຂບັນຫາຢູ່ທະເລ”, ເຄົາລົບຜົນປະໂຫຍດອັນຊອບທຳຂອງກັນໃຫ້ສອດຄ່ອງກັບສົນທິສັນຍາຂອງ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982, ຄວບຄຸມຄວາມບໍ່ລົງລອຍກັນບົນທະເລເປັນຢ່າງດີ, ບໍ່ມີການກະທຳເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ, ບໍ່ໄດ້ເປີດກວ້າງຄວາມຂັດແຍ້ງ, ຊຸກຍູ້ບັນດາກົນໄກເຈລະຈາບົນທະເລເພື່ອໃຫ້ມີຄວາມຄືບຫນ້າແທດຈິງໂດຍໄວ, ແກ້ໄຂບັນດາບັນຫາກ່ຽວກັບອາຊີບຫາປາຢ່າງສົມເຫດສົມຜົນ, ສືບຕໍ່ຊຸກຍູ້ການຮ່ວມມືກ່ຽວກັບການຊອກຫາກູ້ໄພກູ້ຊີບ, ພ້ອມກັບບັນດາປະເທດ ອາຊຽນ ປະຕິບັດຖະແຫລງການວ່າດ້ວຍການປະພຶດຂອງບັນດາຝ່າຍ (DOC) ຢ່າງຮອບດ້ານ ແລະ ມີປະສິດທິຜົນ, ສ້າງສຳເລັດກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ໂດຍໄວ ໃນປີ 2017 ເນື່ອງໃນໂອກາດສະເຫລີມສະຫລອງ 15 ປີແຫ່ງວັນລົງນາມ DOC.
ທ່ານນາຍົກລັດຖະມົນຕີ ຈີນ ຫລີເຄີຊຽງ ຢືນຢັນ: ຈີນຖືການພັດທະນາການພົວພັນກັບຫວຽດນາມ ເປັນສຳຄັນ, ຢຶດໝັ້ນທິດນຳ ບ້ານໃກ້ເຮືອນຄຽງມິດຕະພາບ, ການຮ່ວມມືຮອບດ້ານ, ສະຖຽນລະພາບຍາວນານກັບຫວຽດນາມ, ມານະພະຍາຍາມພ້ອມກັບຫວຽດນາມ ຄວບຄຸມຄວາມບໍ່ລົງລອຍກັນບົນທະເລເປັນຢ່າງດີ, ຮັກສາການພົວພັນຈີນ -ຫວຽດນາມ ແລະ ສັນຕິພາບ, ສະຖຽນລະພາບຢູ່ ທະເລຕາເວັນອອກ.
ພາຍຫລັງການເຈລະຈາ, ນາຍົກລັດຖະມົນຕີສອງທ່ານ ໄດ້ເປັນສັກຂີພິຍານພິທີລົງນາມໃນ ເອກະສານຮ່ວມມື 9 ສະບັບໃນບັນດາຂົງເຂດເສດຖະກິດ, ການສຶກສາ.