ນຳ​ບຸນ​ເຕັດ​ມາ​ໃຫ້​ປະ​ຊາ​ຊົນ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ

(VOVWORLD) -ກອ່ນບຸນເຕັດ, ບັນດາທ້ອງຖິ່ນຢູ່ເຂດພູສູງແຂວງ ກວາງນາມ ໄດ້ແກ້ໄຂບັນດາສະຖານທີ່ດິນເຊາະເຈື່ອນ, ຕອບສະໜອງຄວາມຕ້ອງການໃນການໄປມາ, ຂົນສົ່ງສິນຄ້າບຸນເຕັດ ໃຫ້ແກ່ພໍ່ແມ່ປະຊາຊົນເຂດຊາຍແດນ. 
ນຳ​ບຸນ​ເຕັດ​ມາ​ໃຫ້​ປະ​ຊາ​ຊົນ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ - ảnh 1ການນຳແຂວງກວາງນາມ ມອບຂອງຂວັນໃຫ້ແກ່ປະຊາຊົນ (ພາບ: VOV)

ປັດຈຸບັນ, ທາງເມືອງ ໄດ້ກະກຽມເຂົ້າສານເພື່ອຂົນສົ່ງໄປຍັງບັນດາຕາແສງ, ສະໜອງໃຫ້ແກ່ປະຊາຊົນຢ່າງທັນການ, ຮັບປະກັນອາຫານການກິນຢ່າງຄົບຖ້ວນ  ເພື່ອໃຫ້ພໍ່ແມ່ປະຊາຊົນຕ້ອນຮັບບຸນເຕັດ. ການໜູນຊ່ວຍເຂົ້າສານໃຫ້ແກ່ປະຊາຊົນຈະໄດ້ປະຕິບັດສຳເລັດກ່ອນວັນທີ 16 ມັງກອນ.

ໃນຂະນະນັ້ນ, ຢູ່ນະຄອນໂຮ່ຈີມິນ, ຕອນເຊົ້າວັນທີ 14 ມັງກອນ, ສະຫະພັນແຮງງານນະຄອນ ໂຮ່ຈີມິນ ໄດ້ຈັດລາຍການ “ຖ້ຽວລົດແຫ່ງຄວາມເມດຕາ ຍາມບຸນເຕັດປີແມວ 2023” ແລະ ມອບ 500 ປີລົດ  ໃຫ້ແກ່ກຳມະກອນ, ຜູ້ອອກແຮງງານກັບບ້ານເກີດ ຢູ່ບັນດາແຂວງພາກກາງ.

ຕາມທ່ານ ຟ້າມຈິເຕິມ, ຮອງປະທານສະຫະພັນແຮງງານນະຄອນໂຮ່ຈີມິນ, ເພື່ອໃຫ້ຜູ້ອອກແຮງງານໄດ້ຕ້ອນຮັບບຸນເຕັດດ້ວຍຄວາມອົບອຸ່ນ ຄົບຖ້ວນນັ້ນ, ສະຫະພັນແຮງງານນະຄອນ ໄດ້ດຳເນີນການເຄື່ອນໄຫວຫຼາຍຢ່າງເພື່ອຊ່ວຍເຫຼືອກຳມະກອນປະສົບກັບຄວາມຫຍຸ້ງຍາກ.

ຢູ່ເກິ່ນເທີ, ການນຳຄະນະກຳມະການປະຊາຊົນນະຄອນ ໄດ້ຈັດຄະນະຜູ້ແທນມາຢ້ຽມຢາມ ແລະ ມອບຂອງຂວັນໃຫ້ແກ່ບຸນເຕັດ, ລະດົມກຳລັງໃຈພໍ່ຄ້າຊາວຂາຍທີ່ສະໜິດຕິດພັນ, ທຳມາຫາກິນຢູ່ຕຳຫຼາດແມ່ນ້ຳ ກາຍຣັງ.

ຕອບກັບ

ຂ່າວ/ບົດ​ອື່ນ