ນຳໂຄງການຜັນຂະຫຍາຍປະຕິບັດລັດຖະທຳມະນູນ 2013 ເຂົ້າໃນໂຄງການສ້າງກົດໝາຍ 2016

ນຳໂຄງການຜັນຂະຫຍາຍປະຕິບັດລັດຖະທຳມະນູນ 2013 ເຂົ້າໃນໂຄງການສ້າງກົດໝາຍ 2016 - ảnh 1
ກອງ​ປະ​ຊຸມ​ຄົບ​ຄະ​ນະ​ຄັ້ງ​ທີ 13, ກຳ​ມາ​ທິ​ການ​ກົດ​ໝາຍ​ຂອງ​ສະ​ພາ​ແຫ່ງ​ຊາດ​

(vovworld)- ຕອນ​ບ່າຍ ວັນ​ທີ 6/3 , ທີ່​ການ​ເຮັດ​ວຽກ​ສຸດ​ທ້ານ​ຂອງກອງ​ປະ​ຊຸມ​ຄົບ​ຄະ​ນະ​ຄັ້ງ​ທີ 13, ກຳ​ມາ​ທິ​ການ​ກົດ​ໝາຍ​ຂອງ​ສະ​ພາ​ແຫ່ງ​ຊາດ​ໄດ້​ກວດ​ກາ​ໃຍ​ຍື່ນ​ສະ​ເໜີ​ຂອງ​ລັດ​ຖະ​ງ​ບານ​ກ່ຽວ​ກັບ ໂຄງ​ການ​ສ້າງ​ກົດ​ໝາຍ, ລັດ​ຖະ​ບັນ​ຍັດ ປີ 2016, ປັບ​ປຸງ​ໂຄງ​ການສ້າງ​ກົດ​ໝາຍ, ລັດ​ຖະ​ບັນ​ຍັດຊຸດ​ທີ 8 ແລະ ປີ 2015. ຜ່ານ​ການ​ປຶກ​ສາ​ຫາ​ລື, ກຳ​ມາ​ທິ​ການ​ກົດ​ໝາຍ​ຂອງ​ສະ​ພາ​ແຫ່ງ​ຊາດຫວຽດ​ນາມ ໄດ້​ເຫັນ​ດີ​ໂດຍ​ພື້ນ​ຖານ​ກັບ​ບັນ​ດາ​ທັດ​ສະ​ນະ​ທີ່​ໄດ້​ຍົກ​ອອກ​ມາ​ໃນ​ໃບ​ຍື່ນ​ສະ​ເໜີ​ຂອງ​ລັດ​ຖະ​ບານ, ພິ​ເສດ​ແມ່ນ​ໃຫ້​ບຸ​ລິ​ມະ​ສິດ ນຳ​ບັນ​ດາ​ໂຄງ​ການ​ຜັນ​ຂະ​ຫຍາຍ​ປະ​ຕິ​ບັດ​ລັດ​ຖະ​ທຳ​ມະ​ນູນເຂົ້າ​ໃນ​ໂຄງ​ການ​ສ້າງ​ກົດ​ໝາຍ, ລັດ​ຖະ​ບັນ​ຍັດ ປີ 2016, ໃນ​ນັ້ນ ສືບ​ຕໍ່​ປັບ​ປຸງ​ເພີ່ມ​ເຕີມ, ປະ​ກາດ​ໃຊ້​ໃໝ່​ສຳ​ລັບ​ບັນ​ດາ​ໂຄງ​ການ​ກ່ຽວ​ກັບ​ການ​ຈັດ​ຕັ້ງ​ກົງ​ຈັກ​ລັດ, ບັນ​ດາ​ໂຄງ​ການ​ກຳ​ນົດ​ກ່ຽວ​ກັບ​ເສດ​ຖະ​ກິດ​ຕະຫຼ​າດ, ​ສິດ​ທິ​ມະ​ນຸດ, ສິດ ແລະ ພັນ​ທະ​ພື້ນ​ຖານ​ຂອງ​ພົນ​ລະ​ເມືອງ.

 

ຂ່າວ/ບົດ​ອື່ນ