ນຳໃຊ້ເຕັກໂນໂລຊີ Digital ທົ່ວປະເທດໃນປີ 2020

ນຳໃຊ້ເຕັກໂນໂລຊີ Digital ທົ່ວປະເທດໃນປີ 2020 - ảnh 1

(ພາບ: thongtincongnghe.com)

(VOV)- ກອງ​ປະຊຸມ​ສຳ​ມະ​ນາ​ເຕັກ​ໂນ​ໂລ​ຊີ ​ແລະ ​ເນື້ອ​ໃນ Digital ​ໄດ້​ດຳ​ເນີນ​ໄປ​ໃນ​ວັນ​ທີ 3/12 ຢູ່​ຮ່າ​ໂນ້ຍ. ດ້ວຍ​ຫົວຂໍ້: “ການ​ປະຕິວັດ​ເຕັກ​ໂນ​ໂລ​ຊີ ​ແລະ ການ​ພັດທະນາ​ຂອງ​ອຸດສາຫະກຳ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ເຕັກນິກ Digital ​ແລະ ​ເນື້ອ​ໃນ Digital ຢູ່​ຫວຽດນາມ“, ກອງ​ປະຊຸມ​ສຳ​ມະ​ນາສຸມ​ໃສ່ 3 ​ຫົວ​ເລື່ອງສະ​​ເພາະ: ການ​ເຕົ້າ​ໂຮມ​ຂອງ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ, ອິນ​ເຕີ​ແນັດ, ​​ໂທລະ​ຄົມມະນາຄົມ​​ເຄື່ອນ​ທີ່, ​ແລະ ອຸດສາຫະກຳ​ເນື້ອ​ໃນ Digital, ຫັນ​ເປັນໂທລະ​ຄົມ Digital, ນຳ​ໃຊ້​ການ​ດຳ​ເນີນ​ທຸລະ​ກິດ​ຜ່ານ​ເຄືອ​ຂ່າ​ຍອິນ​ເຕີ​ແນັດ ​ແລະ ​​ໂທລະ​ຄົມມະນາຄົມ​​ເຄື່ອນທີ່. ທ່ານ​ເລ​ຢ້ວານ​ເຫີ​ບ, ປະທານ​ສະມາຄົມ​ໂທລະ​ຄົມ Digital ຫວຽດນາມ ​ໃຫ້​ຮູ້​ວ່າ:

    “ຫວຽດນາມ ​ໄດ້​ກຳ​ນົດທິດ​ບັນດາ​ເນື້ອ​ໃນ​ຕ້ອງ​ປະຕິບັດ​ໃນ​ໄລຍະ​ແຕ່​ນີ້​ຮອດ​ປີ 2020 ດ້ວຍ 3 ຍຸດ​ທະ​ສາດ​ໃຫ່ຍ. ທີ​ໜຶ່ງ​ແມ່ນ​​ເຜີຍ​ແຜ່ຂໍ້​ມູນ​ຂ່າວສານ​ລົງ​ສູ່ຮາກ​ຖານ. ນຳ​ຫວຽດນາມ ກາຍ​ເປັນ​ປະ​ເທດ​ເຂັ້ມ​ແຂງ​ດ້ານ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ ​ແລະ ສື່ສານ​ປີ 2020. ທີ​ສາມ​ແມ່ນ​ຫວຽດນາມ ມີ​​ເສັ້ນທາງຫັນ​ເປັນ Digital​ ​ໃນ​ຂອບ​ເຂດທົ່ວ​ປະ​ເທດໃນປີ 2020. 3 ບັນຫາ​ນີ້​ແມ່ນ 3 ​ເສົ​າຄ້ຳສຳຄັນ​ທີ່​ສຸດ​ຂອງ​ຜູ້​ເຮັດ​ວຽກ​ງານ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ. ພວກ​ເຮົາ​ຕ້ອງ​ຂຸດ​ຄົ້ນບັນດາ​ທ່າ​ໄດ້​ປຽບ​ຈາກ​ພາຍ​ໃນ​ຕິດ​ພັນ​ກັບ​ບັນດາ​ບົດຮຽນ​ຈາກ​ພາຍ​ນອກ​ຂອງ​ໂລກ. ຕັ້ງໜ້າ​ຫັນ​ເປັນ​ວຽກ​ງານ​ຂອງ​ສັງຄົມ, ລະດົມ​ກຳລັງ​ແຮງ​ສັງ​ລວມຂອງ​ທົ່ວ​ປະ​ເທດ​ເພື່ອ​ປະຕິບັດ​ຊື່​ງ​ໃນ​ນັ້ນມີ​ການ​ຫັນ​ວຽກ​ງານ​ພັດທະນາ​ພື້ນຖານ​ໂຄງ​ລ່າງ ​ແລະ ການຜະລິດ​ເນື້ອ​ໃນ​ເປັນ​ວຽກ​ງານ​ຂອງ​ສັງຄົມ“.

 

ຂ່າວ/ບົດ​ອື່ນ