ການນຳແຂວງບິງເຢືອງ ແລະ ແຂວງຈຳປາສັກ
(ພາບ: binhduong.org.vn)
(vovworld) – ວັນທີ 12/9, ທີ່ການເຮັດວຽກກັບການນຳແຂວງ ບິ່ງເຢືອງ, ທ່ານ ບຸນທອງ ດີວິໄຊ ເລຂາພັກແຂວງເຈົ້າແຂວງ ແຂວງຈຳປາສັກ ໃຫ້ຮູ້ວ່າ: ແຂວງ ຈຳປາສັກ ໄດ້ຮັບການກຳນົດຈາກລັດຖະບານ ລາວ ເປັນສູນກາງພັດທະນາເສດຖະກິດຂອງບັນດາແຂວງພາກໃຕ້ ລາວ. ແຂວງ ສຸມໃສ່ດຶງດູດບັນດາວິສາຫະກິດຕ່າງປະເທດ ທີ່ລົງທຶນເຂົ້າບັນດາຂົງເຂດຄື: ກະສິກຳ, ໄຟຟ້າ ແລະ ທ່ອງທ່ຽວ. ແຂວງ ຈຳປາສັກ ປາດຖະໜາຢາກໃຫ້ ແຂວງ ບິ່ງເຢືອງ ໜູນຊ່ວຍບົກຮຽນໃນການກໍ່ສ້າງບັນດາເຂດອຸດສາຫະກຳ ແລະ ດຶງດູດການລົງທຶນຈາກຕ່າງປະເທດໃນວິວັດການພັດທະນາອຸດສາຫະກຳຂອງແຂວງຕາມແຜນນະໂຍບາຍຂອງລັດຖະບານ ລາວ.
ເນື່ອງໃນໂອກາດນີ້, 2 ແຂວງກໍເຫັນດີເປັນເອກະສັນ ບາງທິດທາງຮ່ວມມືໃນໄລຍະ 2016 – 2020, ໃນນັ້ນ 2 ແຂວງສືບຕໍ່ແລກປ່ຽນບັນດາການຢ້ຽມຢາມ ແລະ ເຮັດວຽກ ເພື່ອແນໃສ່ເພີ່ມທະວີນ້ຳໃຈສາມັກຄີມິດຕະພາບ ແລະ ການຮ່ວມມືລົງທຶນ.