ບົດລາຍງານດັດຊະນີດຳເນີນທຸລະກິດປີ2014:ຫຼາຍກຸ່ມຂະແໜງມີລະດັບປັບປຸງ

ບົດລາຍງານດັດຊະນີດຳເນີນທຸລະກິດປີ2014:ຫຼາຍກຸ່ມຂະແໜງມີລະດັບປັບປຸງ - ảnh 1
ຜູ້​ນຳ​ທ່ຽວ
(ພາບ: KT)

(vovworld) – ຕາມ​ບົດ​ລາຍ​ງານ​ດັດ​ຊະ​ນີ​ດຳ​ເນີນ​ທຸ​ລະ​ກິດ​ປີ 2014 ໂດຍ​ສະ​ຖາ​ບັນ​ຄົ້ນ​ຄ້ວາ ແລະ ພັດ​ທະ​ນາ​ວິ​ສາ​ຫະ​ກິດ​ປະ​ກາດ​ແລ້ວ, ມີ 5 ກຸ່ມ​ຂະ​ແໜງ​ລວມ​ມີ: ການ​ທ​່ອງ​ທ່ຽວ, ຫຼາຍ​ຂະ​ແໜງ, ບໍ່​ຈຳ​ແນກ​ຂະ​ແໜງ, ເຄ​ມີ, ອຸດ​ສາ​ຫະ​ກຳ​​ເບົາ ມີ​ລະ​ດັບ​ປັບ​ປຸງ​ກ່​ວາ 60%. ດັດ​ຊະ​ນີ​ດຳ​ເນີນ​ທຸ​ລະ​ກິດ​ກ່ຽວ​ກັບ​ການ​ເງິນ​ໄດ້​ຮັບ​ການ​ສ່ອງ​ແສງ​ລະ​ອຽດ​ຜ່ານ 6 ໝວດ​ດັດ​ຊະ​ນີ​ພື້ນ​ຖານ​ເຊິ່ງ​ລວມ​ມີ: ດັດ​ຊະ​ນີ​ການ​ຊຳ​ລະ, ດັດ​ຊະ​ນີ​ປະ​ສິດ​ທີ​ຜົນ​ການ​ດຳ​ເນີນ​ທຸ​ລະ​ກິດ, ດັດ​ຊະ​ນີໄມ້​ງັດ​ການ​ເງິນ, ອັດ​ຕາກຳ​ໄລ, ອັດ​ຕາ​ຮັບ​ປະ​ກັນ​ທຶນ, ແລະ ລາຍ​ຮັບ​. ນອກ​ຈາກ​ການ​ປຽບ​ທຽບ​ສະ​ພາບ​ການ​ເຄື່ອນ​ໄຫວ​ດ້ານ​ການ​ເງິນ​ຂອງວິ​ສາ​ຫະ​ກິດ​ລະ​ຫວ່າງ​ບັນ​ດາ​ຂະ​ແໜງ, ບົດ​ລາຍ​ງານນີ້ກໍ່​ໃຫ້​ຮູ້​​ຄວາມ​ກ້າວ​ໜ້າ​ໃນ​ການ​ເຄື່ອນ​ໄຫວ​ຂອງ​ບັນ​ດາ​ວິ​ສາ​ຫະ​ກິດ ແລະ ຂອງ​ຂະ​ແໜງໜຶ່ງ, ຮັບ​ຮອງ​ເອົາ​ການ​ປ່ຽນ​ແປງ​ກ່ຽວ​ກັບ​ລະ​ດັບ​ວິ​ສາ​ຫະ​ກິດ​ໃນ​ຂະ​ແໜງ ແລະ ໃນ​ຍອ​ດ​ຈຳ​ນວນ​ບັນ​ດາ​ວິ​ສາ​ຫະ​ກິດ​ໄດ້​ຮັບ​ການ​ຄົ້ນ​ຄ້​ວາ.


ຂ່າວ/ບົດ​ອື່ນ