ບູນກາຣີ ຍາມໃດກໍ່ສະໜັບສະໜູນການລົງນາມໃນສັນຍາການຄ້າເສລີ ຫວຽດນາມ - ອີຢູ ໂດຍໄວ
(VOVWORLD) - ຕອນເຊົ້າວັນທີ 28 ກັນຍາ, ຢູ່ສຳນັກງານປະທານປະເທດ, ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ໄດ້ຕ້ອນຮັບ ທ່ານເອກອັກຄະລັດຖະທູດ ບູນກາຣີ Evgueni Stefanov Stoytchev
ທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ຕ້ອນຮັບ ທ່ານເອກອັກຄະລັດຖະທູດ ບູນກາຣີ Evgueni Stefanov Stoytchev |
ເຂົ້າຢ້ຽມອຳລາເນື່ອງໃນໂອກາດສິ້ນສຸດອາຍຸການປະຕິບັດງານ ຢູ່ຫວຽດນາມ. ທີ່ພິທີຕ້ອນຮັບ, ທ່ານປະທານປະເທດ ເຈີ່ນດ້າຍກວ່າງ ສະເໜີສອງຝ່າຍຮັກສາການແລກປ່ຽນຄະນະຜູ້ແທນຂັ້ນສູງ ເພື່ອປຶກສາຫາລືບັນດາມາດຕະການຊຸກຍູ້ການພົວພັນ ແລະ ບັນດາຂົງເຂດຮ່ວມມືລະຫວ່າງສອງປະເທດເລິກເຊິ່ງກວ່າອີກ. ໃນການພົວພັນການຄ້າສອງຝ່າຍ, ທ່ານປະທານປະເທດຫວັງວ່າ ສອງຝ່າຍຈະດຳເນີນກອງປະຊຸມຄັ້ງທີ 24 ຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ ແລະ ບູນກາຣີ ກ່ຽວກັບການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ວິທະຍາສາດ ດ້ວຍບັນດາໂຄງການຮ່ວມມືຢ່າງແທດຈິງ, ນຳວົງເງິນການຄ້າສອງປະເທດເພີ່ມຂຶ້ນໂດຍໄວ. ທ່ານປະທານປະເທດ ສະເໜີສອງຝ່າຍສົ່ງເສີມບັນດາຮາກຖານບຳລຸງສ້າງຂອງສອງປະເທດຮ່ວມມືໂດຍກົງ. ທ່ານປະທານປະເທດຢັ້ງຢືນວ່າ ຫວຽດນາມພ້ອມແລ້ວທີ່ຈະເປັນຂົວຕໍ່ໜູນຊ່ວຍ ບູນກາຣີ ແລະ ອີຢູ ເພີ່ມທະວີການພົວພັນກັບ ອາຊຽນ ແລະ ບັນດາປະເທດສະມາຊິກ. ສ່ວນ ທ່ານເອກອັກຄະລັດຖະທູດ ບູນກາຣີ Evgueni Stefanov Stoytchev ໃຫ້ຮູ້ວ່າ ຕົ້ນປີ 2018 ບູນກາຣີ ຈະດຳລົງຕຳແໜ່ງເປັນປະທານຜັດປ່ຽນສະຫະພາບເອີຣົບ ແລະ ບູນກາລີ ຍາມໃດກໍ່ຈະສະໜັບສະໜູນເພື່ອໃຫ້ສັນຍາການຄ້າເສລີ ຫວຽດນາມ - ອີຢູ ໄດ້ຮັບການລົງນາມໂດຍໄວ. ຝ່າຍ ບູນກາຣີ ກໍ່ປາຖະໜາວ່າ ຈະຮັບຕ້ອນ ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວ່າງ ໃນເວລາອັນໃກ້.