ບັນຍາກາດຟົດຟື້ນໃນວັນວັດທະນະທຳ-ກິລາຊາວໜຸ່ມທະຫານປ້ອງກັນຊາຍແດນ
ລາຍການສະແດງສິລະປະ
(ພາບ: bienphong.com)
(vovworld) – ໂດຍສະເຫຼີມສະຫຼອງ 55 ປີແຫ່ງວັນມູນເຊື້ອທະຫານປ້ອງກັນຊາຍແດນ ຫວຽດນາມ (3/3/1959 – 3/3/2014), 25 ປີແຫ່ງວັນທົ່ວປວງຊົນປ້ອງກັນຊາຍແດນ (3/3/1989 – 3/3/2014), ວັນທີ 3/3, ກົມວຽກງານການເມືອງທະຫານປ້ອງກັນຊາຍແດນໄດ້ຈັດຕັ້ງວັນວັດທະນະທຳ - ກິລາ ຊາວໜຸ່ມ. ໂດຍນອນໃນບັນດາການເຄື່ອນໄຫວຂອງຊາວໜຸ່ມທະຫານປ້ອງກັນຊາຍແດນສະເຫຼີມສະຫຼອງວັນສ້າງຕັ້ງກຳລັງ, ວັນວັດທະນະທຳ - ກິລາຊາວໜຸ່ມ ທະຫານປ້ອງກັນຊາຍແດນແມ່ນໂອກາດເພື່ອເພີ່ມທະວີຄວາມຜູກພັນສາມັກຄີລະຫວ່າງບັນດາຄະນະຊາວໜຸ່ມຂອງກອງບັນຊາການທະຫານປ້ອງກັນຊາຍແດນ ກັບບັນດາກົມກອງສົມທົບ, ແຮກສ່ຽວ. ຜ່ານບັນດາການເຄື່ອນໄຫວວັດທະນະທຳ - ກິລານີ້, ຄະນະຊາວໜູ່ມທະຫານປ້ອງກັນຊາຍແດນ ສືບຕໍ່ສະເໜີບັນດາເນື້ອໃນ, ແຜນການໃນໄລຍະຕໍ່ໄປ, ສົມທົບກັນຊ່ວຍເຫຼືອປະຕິບັດຂະບວນການຊາວໜຸ່ມ, ເພີ່ມທະວີຄວາມສາມັກຄີກັບບັນດາກົມກອງແຮກສ່ຽວ. ຮ້ອຍເອກ ດ່ວານງອກເບົ໋າ, ຫົວໜ້າຄະນະຊາວໜຸ່ມທະຫານປ້ອງກັນຊາຍແດນ, ໃຫ້ຮູ້ວ່າ:
“ສຳລັບຄະນະຊາວໜຸ່ມທະຫານປ້ອງກັນຊາຍແດນແລ້ວ, ການເຄື່ອນໄຫວຕ່າງໆຄືແນວນີ້ແມ່ນແທດຈິງທີ່ສຸດ ເພື່ອເປັນການຊົມເຊີຍກຳລັງໄດ້ຮັບຫຼຽນໄຊ ໂຮ່ຈີມິນ ຄັ້ງທີ 3. ຍິ່ງກ່ວານັ້ນອີກ, ຊາວໜຸ່ມພວກເຮົາໄດ້ຂັບຮ້ອງບົດເພງທີ່ເປັນມູນເຊື້ອ, ໄດ້ຊອກຮູ້ບັນດາຜົນງານຂອງລຸ້ນພໍ່ລຸ້ນອ້າຍໄດ້ສ້າງຂຶ້ນ, ຮຳ່ຮຽນເອົາບົດຮຽນ, ການອຸທິດສ່ວນ, ສຸດຈິດສຸດໃຈ... ເພື່ອປະກອບສ່ວນປົກປັກຮັກສາອະທິປະໄຕຂອງປະເທດຊາດ”