ບັນດາກະຊວງ,ຂະແໜງການຕ້ອງເປັນເຈົ້າການ,ມີໄຫວພິບ,ຮັບປະກັນລາຄາສະກຸນເງິນຫວຽດນາມດົງໃຫ້ໝັ້ນຄົງ
(ພາບປະກອບ: VGP)
(vovworld) – ບັນດາກະຊວງ, ຂະແໜງການຕ້ອງເປັນເຈົ້າການ, ມີໄຫວພິບ, ຮັບປະກັນລາຄາສະກຸນເງິນຫວຽດນາມດົງໃຫ້ໝັ້ນຄົງ. ນີ້ແມ່ນຄຳຊີ້ນຳຂອງທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ທີ່ກອງປະຊຸມໃນວັນທີ 14/08, ກັບບັນດາກະຊວງ, ຂະແໜງການກ່ຽວຂ້ອງກ່ຽວກັບເລື່ອງເງິນຢວນ ຂອງຈີນ ຫຼຸດລາຄາ ແລະ ບັນດາຜົນກະທົບ, ຜົນສະທ້ອນອາດກ່ຽວຂ້ອງເຖິງພື້ນຖານເສດຖະກິດຂອງຫວຽດນາມ. ທ່ານນາຍົກລັດຖະມົນຕີ ໄດ້ຕີລາຄາສູງການຮັບມືໃນເບື້ອງຕົ້ນຢ່າງທັນການ, ເໝາະສົມຂອງທະນາຄານແຫ່ງລັດຫວຽດນາມ ແລະ ບັນດາກະຊວງ ຕໍ່ໜ້າການເໜັງຕິງຂອງຕະຫຼາດໂລກ. ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ ສືບຕໍ່ຕິດຕາມສະພາບການຂອງໂລກ, ພາກພື້ນ ແລະ ພາຍໃນປະເທດຢ່າງໃກ້ຊິດ, ຕີລາຄາຜົນທະທ້ອນ, ຜົນກະທົບເຖິງແຕ່ລະຂົງເຂດ, ໂດຍສະເພາະແມ່ນຕະຫຼາດເງິນຕາຕ່າງປະເທດ, ຕະຫຼາດອະສັງຫາລິມະຊັບ, ຕະຫຼາດຄຳ… ເພີ່ມທະວີການສົມທົບກັນລະຫວ່າງບັນດາກະຊວງ, ຂະແໜງການເພື່ອຮັບມືຢ່າງເໝາະສົມ. ພ້ອມກັນນັ້ນ, ສົມທົບກັບນະໂຍບາຍການເງິນ ແລະ ບັນດານະໂຍບາຍອື່ນໆຢ່າງແໜ້ນແຟ້ນ ເພື່ອຮັກສາເສດຖະກິດມະຫາພາກເປັນປົກກະຕິ, ສູ້ຊົນບັນລຸໄດ້ ແລະ ລື່ນກ່າຍບັນດາຄາດໝາຍ, ໜ້າທີ່, ແຜນການທີ່ໄດ້ວາງອອກໃຫ້ປີ 2015. ພ້ອມທັງ, ສືບຕໍ່ຄົ້ນຄວ້າ, ສ້າງລະບົບມາດຕະການແກ້ໄຂມິລັກສະນະສັງລວມ, ຍາວນານ, ຮັບປະກັນສະພາບແວດລ້ອມຢ່າງໝັ້ນຄົງ ແລະ ສະດວກໃຫ້ແກ່ການພັດທະນາຢ່າງໄວ ແລະ ໝັ້ນຄົງ.