ບັນດາການເຄື່ອນໄຫວຕ້ອນຮັບບຸນເຕັດຂອງຊາວ ຫວຽດນາມ ອາໄສຢູ່ຫລາຍປະເທດໃນໂລກ

(VOVWORLD) - ຕອນຄ່ຳວັນທີ 13 ກຸມພາ, ສະຖານທູດ ຫວຽດນາມ ປະຈຳ ສ.ເຊັກໂກ ໄດ້ຈັດຕັ້ງງານພົບປະສັງສັນກັບຜູ້ຕາງໜ້າປະຊາຄົມຊາວ ຫວຽດນາມ ອາໄສຢູ່ປະເທດປະຈຳຖິ່ນ ເນື່ອງໃນໂອກາດລະດູບານໃໝ່ປີຈໍ 2018.
ບັນດາການເຄື່ອນໄຫວຕ້ອນຮັບບຸນເຕັດຂອງຊາວ ຫວຽດນາມ ອາໄສຢູ່ຫລາຍປະເທດໃນໂລກ - ảnh 1 ສະຖານທູດ ຫວຽດນາມ ປະຈຳ ສ.ເຊັກໂກ ໄດ້ຈັດຕັ້ງງານພົບປະສັງສັນ

ບັນດາຜູ້ເຂົ້າຮ່ວມມີຄວາມປະທັບໃຈຕໍ່ຜົນງານກ່ຽວກັບການພັດທະນາເສດຖະກິດ - ສັງຄົມຂອງ ຫວຽດນາມ, ທີ່ຕັ້ງນັບມື້ນັບສູງຂຶ້ນ ແລະ ຊົມເຊີຍການພົວພັນມິດຕະພາບລະຫວ່າງ ຫວຽດນາມ ແລະ ສ.ເຊັກໂກ ນັບມື້ນັບພັດທະນາ. ກ່າວຄຳເຫັນນະທີ່ນີ້, ທ່ານ ໂຮ່ມິງຕ໋ວນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສສ.ຫວຽດນາມ ປະຈຳ ສ.ເຊັກໂກກ ໄດ້ຮັບຮູ້ບັນດາຄວາມມານະພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກ ແລະ ຜົນສຳເລັດຂອງວົງຄະນາຍາດຊາວ ຫວຽດນາມ ອາໄສຢູ່ ເຊັກໂກ. ທ່ານເອກອັກຄະລັດຖະທູດປາດຖະໜາວ່າ ພໍ່ແມ່ປະຊາຊົນສືບຕໍ່ສາມັກຄີ, ຊ່ວຍເຫຼືອກັນໃນຊີວິດການເປັນຢູ່, ປະຕິບັດຕາມກົດໝາຍຂອງ ເຊັກໂກ ຢ່າງເຂັ້ມງວດ, ເພື່ອພັດທະນາ ແລະ ເຊື່ອມໂຍງຢ່າງເລິກເຊິ່ງກ້ວາງຂວາງກ່ວາອີກ ເຂົ້າໃນສັງຄົມປະເທດປະຈຳຖິ່ນຢ່າງບໍ່ຢຸດຢັ້ງ, ພ້ອມທັງ ມີບັນດາການເຄື່ອນໄຫວອ່ວາຍໜ້າສູ່ບ້ານເກີດເມືອງນອນ ແລະ ເປັນຂົວຕໍ່ໃຫ້ການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ 2 ປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ