ລາຍການ “ ຟັງກຳມະກອນຂັບຮ້ອງ ແລະ ຂັບຮ້ອງໃຫ້ກຳມະກອນຟັງ”
(baomoi.com) |
(vovworld)- ເນື່ອງໃນໂອກາດສະເຫຼີມສະຫຼອງ 130 ປີແຫ່ງວັນກຳມະກອນສາກົນ 1/5. ຕອນເຊົ້າວັນທີ 1/5, ຢູ່ຫໍວັດທະນະທຳມິດຕະພາບຫວຽດໂຊທີ່ຮ່າໂນ້ຍ, ສະຫະພັນໃຫຍ່ແຮງງານຫວຽດນາມໄດ້ສົມທົບກັບສະຫະພັນແຮງງານຮ່າໂນ້ຍ ຈັດຕັ້ງລາຍການ “ ຮັບຟັງກຳມະກອນຂັບຮ້ອງ ແລະ ຂັບຮ້ອງໃຫ້ກຳມະກອນຟັງ”, ວັນບຸນອາຫານການກິນ ແລະ ໃຫ້ຄຳປຶກສາດ້ານສຸຂະພາບໃຫ້ແກ່ກຳມະກອນຜູ້ອອກແຮງງານ. ນາງຫງວຽນທິເຟືອງຖາວ ກຳມະກອນສັງກັດບໍລິສັດ ເຕ້ວດົງ ເມືອງເຊີນໄຕ ໃຫ້ຮູ້ວ່າ :
“ ຂ້າພະເຈົ້າມັກເຂົ້າຮ່ວມການເຄື່ອນໄຫວນີ້ທີ່ສຸດ ເພາະບໍ່ພຽງແຕ່ເພີ່ມຄວາມຮູ້ດ້ານອາຫານການກິນ, ສຸຂະພາບ… ເທົ່ານັ້ນ, ຫາກຍັງເພີ່ມຄວາມຮູ້ກ່ຽວກັບຂົງເຂດອື່ນໆອີກດ້ວຍ. ພວກຂ້າພະເຈົ້າຫວັງວ່າ ການເຄື່ອນໄຫວນີ້ ຄວນຖືກດຳເນີນໃນທຸກໆປີໃຫ້ແກ່ຜູ້ອອກແຮງງານ ”
ແລະ ກໍຢູ່ຫໍວັດທະນະທຳມິດຕະພາບຫວຽດໂຊທີ່ຮ່າໂນ້ຍ ກໍພວມຈັດງານວາງສະແດງ “ພູມປັນຍາແຮງງານຫວຽດນາມ ” ແລະ ຕະຫຼາດນັດວັນບຸນຂອງຊາວຜູ້ອອກແຮງງານ. ກ່າວຄຳເຫັນທີ່ພິທີໄຂ, ທ່ານ ຫງວຽນວັນງ່າງ ຮອງປະທານ ສະຫະພັນໃຫຍ່ແຮງງານຫວຽດນາມ ໃຫ້ຮູ້ວ່າ:
“ສະຫະພັນໃຫຍ່ແຮງງານຫວຽດນາມປາດຖະໜາວ່າ : ໂດຍຜ່ານການເຄື່ອນໄຫວນີ້ ຈະສ້າງບັນຍາກາດໃຫ້ແກ່ວັນບຸນ ຊາວຜູ້ອອກແຮງງານທີ່ຟົດຟື້ນໃນໝູ່ກຳມະກອນ ຊາວຜູ້ອອກແຮງງານ, ທັງນີ້ກໍເປັນການລະດົມກຳລັງໃຈໃຫ້ແກ່ເຂົາເຈົ້າເສີມຂະຫຍາຍຂໍ້ລິເລີ່ມ, ຍົກສູງປະສິດທິຜົນການອອກແຮງງານ, ຜະລິດອອກບັນດາຜະລິດຕະພັນທີ່ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກຜູ້ບໍລິໂພກ ອຸປະໂພກ, ປະກອບສ່ວນປະຕິບັດບັ້ນຂົນຂວາຍ : ຊາວຫວຽດນາມໃຫ້ບຸລິມະສິດຊົມໃຊ້ສິນຄ້າຫວຽດນາມ ”
ແລະ ກໍເນື່ອງໃນໂອກາດສະເຫຼີມສະຫຼອງ 130 ປີແຫ່ງວັນກຳມະກອນສາກົນ 1/5, ຢູ່ຫຼາຍທ້ອງຖິ່ນໃນທົ່ວປະເທດຫວຽດນາມກໍໄດ້ດຳເນີນບັນດາການເຄື້ອນໄຫວເພື່ອຂ່ຳນັບຮັບຕ້ອນເຫດການດັ່ງກ່າວ.