ບັນດາການເຄື່ອນໄຫວມຸ່ງໄປສູ່ວັນທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ

ບັນດາການເຄື່ອນໄຫວມຸ່ງໄປສູ່ວັນທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ - ảnh 1
ພິ​ທີ​ປ່ອຍ​ໂຄມ​ໄຟລົງ​ແມ່​ນ້ຳ​ແທກ​ຮ່ານສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​ຕໍ່​ບັນ​ດາ​ນັກ​ວິ​ລະ​ຊົນ​ທີ່​ໄດ້ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ

(vovworld)-  ລາຍ​ການ​ສະ​ແດງ​ສິ​ລະ​ປະ “ດິນ​ແດນ​ສັກ​ສິດ” ແນ​ໃສ່​ເຊີດ​ຊູ ແລະ ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​ຕໍ່​ບັນ​ດາ​ນັກ​ວິ​ລະ​ຊົນ​ທີ່​ໄດ້ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ, ແມ່​ຫວຽດ​ນາມ​ວິ​ລະ​ຊົນ, ຜູ້​ທີ່​ມີ​ຄຸນ​ງາມ​ຄວາມ​ດີ​ຕໍ່​ການ​ປະ​ຕິ​ວັດ ເນື່ອງໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 68 ປີ​ແຫ່ງວັນ​ທະ​ຫານ​ເສຍ​ອົງ​ຄະ, ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ຊຶ່ງ​ຖືກ​ຈັດ​ຂຶ້ນ​ໃນ​ຕອນ​ຄ່ຳ​ວັນ​ທີ 18/7 ຢູ່​ກຳ​ແພງ​ເກົ່າ​ ກວາງ​ຈິ . ກ່າວ​ຄຳ​ເຫັນ​ຢູ່​ທີ່ນ​ີ້, ທ່ານ​ດິງ​ເທ້​ຮິງ ຫົວ​ໜ້າ​ຄະ​ນະໂຄ​ສະ​ນາ​ສຶກ​ສາ​ສູນ​ກາງ ເນັ້ນ​ໜັກ​ວ່າ : 
     “ພໍ່​ແມ່​ພີ​ນ້ອງ ແລະ ນັກ​ຮົບ​ສືບ​ຕໍ່​ເສີມ​ຂະ​ຫຍາຍຫຼັກ​ສິນ​ທຳ ກິນ​ເຂົ້າ​ຄິດ​ຮອດ​ຄຸນ​ນາ ກິນ​ປ​າ​ຄິດ​ຮອດ​ຄຸນ​ນ້ຳ​ຂອງ​ຊາດ, ດ້ວຍ​ນ້ຳ​ໃຈ ແລະ ການ​ກະ​ທຳ​ທີ່​ແທດ​ຈິງ, ຕັ້ງ​ໜ້າ​ເຂົ​້າຮ່ວມ ແລະ ປະ​ຕິ​ບັດ​ວຽກ​ງານ​ເບິ່ງ​ແຍງ ທະ​ຫານ​ເສຍ​ອົງ​ຄະ, ທະ​ຫານ​ເຈັບ​ປ່ວຍ ແລະ ຄ​ອບ​ຄົວນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ, ຜູ້​ທີ່​ມີ​ຄຸນ​ງາມ​ຄວາມ​ດີ​ຕໍ່ປະ​ເທດ​ຊາດ. ພັກ, ລັດ ແລະ ປະ​ຊາ​ຊົນ​ຫວຽດ​​ນາມ ມີ​ຄວາມ​ຮູ້​ບຸນ​ຄຸນ​ຕໍ່ ບັນ​ດາ​ນັກ​ວິ​ລະ​ຊົນ​ທີ່​ໄດ້ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ, ແມ່​ຫວຽດ​ນາມ​ວິ​ລະ​ຊົນ, ຜູ້​ທີ່​ມີ​ຄຸນ​ງາມ​ຄວາມ​ດີ​ຕໍ່​ປະ​ເທດ​ຊາດ ທີ່​ໄດ້​ອຸ​ທິດ​ສ່ວນ​ເພື່ອ​ພາ​ລະ​ກິດ​ປົດ​ປ່ອຍ​ຊາດ, ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຫວຽດ​ນາມ​ສັງ​ຄົມ​ນິ​ຍົມ ”

ຂ່າວ/ບົດ​ອື່ນ