ພິທີໄຫວ້ບູຊາເຈົ້າເຂົ້າຂອງພໍ່ແມ່ພີນ້ອງຊາວເຜົ່າເອເດ |
(vovworld)- ໂດຍນອນໃນຂອບເຂດ ບັນດາການເຄື່ອນໄຫວວັດທະນະທຳຂ່ຳນັບຮັບຕ້ອນ IPU 132, ຢູ່ໝູ່ບ້ານວັດທະນະທຳ-ທ່ອງທ່ຽວບັນດາເຜົ່າຫວຽດນາມ ເທດສະບານ ເຊີນໄຕ, ຮ່າໂນ້ຍ, ພໍ່ແມ່ພີນ້ອງຊາວເຜົ່າມະ ແຂວງ ເລີມດົງ ແລະ ພໍ່ແມ່ພີນ້ອງຊາວເຜົ່າເອເດ ແຂວງ ດັກລັກ ໄດ້ວາດພາບຄືນງານບຸນ ຢາງກອຍ-ໄຫວ້ບູຊາເຈົ້າເຂົ້າ ແລະ ພິທີແຫ່ຕົ້ນໄມ້ໄຜ່. ທ່ານຫງວຽນດຶກເຖາະ ຫົວໜ້າຂະແໜງວິຊາສະເພາະ, ສູນວັດທະນະທຳແຂວງ ເລີມດົງ ໃຫ້ຮູ້ວ່າ :
“ ນີ້ແມ່ນພິທີໄຫວ້ບູຊາອັນເປັນປະເພນີ, ພາຍຫຼັງການເກັບກ່ຽວເຂົ້າຍາມລະດູໃບໄມ້ຫຼົ່ນແຕ່ລະປີ, ຊາວບ້ານໄດ້ພ້ອມກັນຈັດພິທີໄຫວ້ບູຊາ ເພື່ອຕອບບຸນແທນຄຸນຕໍ່ເຈົ້າເຂົ້າໄດ້ຊ່ວຍໃຫ້ປະຊາຊົນທຳການຜະລິດເຂົ້າໄດ້ຮັບຜົນດີ, ມີຄວາມອີ່ມໜຳສຳລານ ”